ສປປເກົາຫຼີຈະໃຊ້ການເຄື່ອນໄຫວຮັບມືກັບການທ້າທາຍເກາະຜິດຈາກອາເມຣິກາແລະສເກົາຫຼີ

2024-05-26 14:54:54 cri


   ວັນທີ 25 ພຶດສະພານີ້, ທ່ານ ກິມຄົງອິນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດສປປເກົາຫຼີໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ“ຕ້ອງເດັດດ່ຽວປົກປ້ອງອະທິປະໄຕແຫ່ງຊາດແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຕົນດ້ວຍກຳລັງທີ່ເຂັ້ມແຂງກວ່າເກົ່າ”.

   ຄຳປາໄສດັ່ງກ່າວລະບຸວ່າ: ຫວ່າງມໍ່ໆມານີ້ ທະຫານອາກາດຂອງອາເມຣິກາແລະສເກົາຫຼີນຳໃຊ້ພາຫະນະປະເພດຕ່າງໆເພື່ອເພີ່ມທະວີການສອດແນມທາງອາກາດຕໍ່ສປປເກົາຫຼີຢ່າງບັງອາດ ເຊິ່ງໄດ້ທຳລາຍອະທິປະໄຕແລະຄວາມໝັ້ນຄົງຂອງສປປເກົາຫຼີຢ່າງໜັກໜ່ວງ. ສເກົາຫຼີໄດ້ໃຊ້ບອນລູນເພື່ອຫວ່ານໃບປີວຕໍ່ຕ້ານສປປເກົາຫຼີຢູ່ເຂດຊາຍແດນສປປເກົາຫຼີ-ສເກົາຫຼີ, ທະຫານເຮືອແລະຕຳຫຼວດທະເລຂອງສເກົາຫຼີໃຊ້ຂໍ້ອ້າງຕ່າງໆເຊັ່ນ: ລາດຕະເວນເປັນຕົ້ນ ເພື່ອລ່ວງລ້ຳເສັ້ນຊາຍແດນເທິງທະເລຂອງສປປເກົາຫຼີເລື້ອຍໆ. ການກະທຳແບບນີ້ຈະພາໃຫ້ເກີດຜົນຮ້າຍຢ້ອນຫຼັງທີ່ອັນຕະລາຍທີ່ສຸດ. ຕໍ່ກັບເລື່ອງນີ້ ສປປເກົາຫຼີໄດ້ກ່າວເຕືອນແລ້ວວ່າ: ໃນເວລາອະທິປະໄຕແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງສປປເກົາຫຼີຖືກລ່ວງລ້ຳທຳລາຍ, ທະຫານສປປເກົາຫຼີຈະໃຊ້ການເຄື່ອນໄຫວຕອບໂຕ້ໃນທັນທີ.