ຜູ້ອຳນວຍການໃຫຍ່ IMF ຍ້ອງຍໍການພັດທະນາແບບກ້າວກະໂດດຂອງຈີນ

2024-05-27 14:45:24 cri

ຫວ່າງມໍ່ໆມານີ້ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື  CMG, ທ່ານນາງ ຄຣີສຕາລີນາ ຈໍຈີ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ຍ້ອງຍໍການພັດທະນາແບບກ້າວກະໂດດຂອງປະເທດຈີນ.

ທ່ານນາງ ຈໍຈີ ກ່າວວ່າ: ປະເທດຈີນເປັນຜູ້ເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມໂລກ, ທັງເປັນຜູ້ເຂົ້າຮ່ວມຢ່າງຕັ້ງໜ້າຂອງ IMF. ໃນຫຼາຍປີຜ່ານມານີ້, ຈີນໄດ້ຮຽນເອົາບົດຮຽນຈາກອົງການຫຼາຍຝ່າຍທີ່ມີປະເທດສະມາຊິກຈຳນວນຫຼວງຫຼາຍ ແລະໄດ້ຮັບຜົນປະໂຫຍດ. ປັດຈຸບັນ, ຈີນໄດ້ສະໜັບສະໜູນປະເທດອື່ນຮຽນເອົາບົດຮຽນຈາກປະເທດຈີນ. ຢູ່ໃນ IMF, ຈີນໄດ້ຕັ້ງໜ້າເຂົ້າຮ່ວມການເປິກສາຫາລືນະໂຍບາຍແບບໃດເປັນນະໂຍບາຍທີ່ເໝາະສົມ. ໃນໄລຍະເກີດການແພ່ລະບາດຂອງພະຍາດໂຄວິດ-19, ຈີນໄດ້ສະໜັບສະໜູນປະເທດສະມາຊິກທີ່ຕ້ອງການຊ່ວຍເຫຼືອທີ່ສຸດ. ກ່ຽວກັບບັນຫາຕ່າງໆທີ່ສຳຄັນເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດດີຈີຕອນ, ຊຸກຍູ້ເສດຖະກິດໂລກາພິວັດ ແລະ ບັນຫາອື່ນໆ, ຈີນໄດ້ເສີມຂະຫຍາຍບົດບາດນຳພາທີ່ສຳຄັນ. ປະເທດຈີນທີ່ເຄີຍຮຽນເອົາບົດຮຽນນຳປະເທດອື່ນນັ້ນ, ປັດຈຸບັນໄດ້ກາຍເປັນແບບຢ່າງໃຫ້ປະເທດອື່ນແລ້ວ.