ທ່ານສີຈິ້ນຜິງຈະເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ

2024-05-27 10:44:41 cri

ໂດຍຜ່ານການເປິກສາຫາລືຮ່ວມລະຫວ່າງຈີນກັບບັນດາປະເທດອາຣັບ, ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ ຈະໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 30 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີໄຂກອງປະຊຸມດັ່ງກ່າວ.


ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານໂມຮາເມັດ ຊາເລັມ ອຸນ ເມີຊວງ ປະທານຝ່າຍອາຣັບ, ລັດຖະມົນຕີກະຊວງການຕ່າງປະເທດໂມຣີຕານີຈະເປັນປະທານຮ່ວມຂອງກອງປະຊຸມ. ລັດຖະມົນຕີກະຊວງການຕ່າງປະເທດ ຫຼື ຜູ້ຕາງໜ້າປະເທດອາຣັບ ແລະ ເລຂາທິການໃຫຍ່ສັນນິບາດປະເທດອາຣັບຈະເຂົ້າຮ່ວມກອງປະຊຸມ.