ກິລາ ແລະ ການທ່ອງທ່ຽວເຊື່ອມໂຍງເຂົ້າກັນ, ກາຍເປັນຮູບການພັກຜ່ອນຢ່ອນອາລົມແບບໃໝ່

2024-05-27 17:26:24 cri



    ປັດຈຸບັນນີ້, ການທ່ອງທ່ຽວຕາມການແຂ່ງຂັນກິລາໄດ້ກາຍເປັນຮູບແບບພັກຜ່ອນຢ່ອນອາລົມອັນໃໝ່ຢູ່ຫຼາຍຕົວເມືອງຂອງຈີນ, ກິລາ+ການທ່ອງທ່ຽວ ໄດ້ກາຍເປັນຈຸດເຕີບໂຕໃໝ່ດ້ານເສດຖະກິດ.

    ຫວ່າງມໍ່ໆມານີ້, ນະຄອນຮາງໂຈວ່ແຂວງເຈີ້ຈ່ຽງຈີນ ໄດ້ຈັດການແຂ່ງຂັນແລ່ນເຄິ່ງມາລາທອນ ໂດຍໄດ້ດຶງດູດນັກແລ່ນ 6.000 ຄົນຈາກທົ່ວໂລກມາເຂົ້າຮ່ວມ. ນອກຈາກເຂົ້າຮ່ວມການແຂ່ງຂັນແລ້ວ, ນັກກິລາຈຳນວນຫຼາຍຍັງໄປກິນອາຫານແຊບໆ ແລະ ຊົມທິວທັດສວຍງາມຂອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ ໄດ້ມີມາດຕະການບຸລິມະສິດດ້ານການທ່ອງທ່ຽວ 70 ກວ່າລາຍການ ຄື ໂຮງແຮມ ແລະ ເຮືອນພັກມີສ່ວນຫຼຸດເປັນຕົ້ນ ແລະຍັງໄດ້ແຈກປີ້ເຂົ້າຊົມແຫຼ່ງທ່ອງທ່ຽວເຖິງ 12.000 ປີ້.




    ນະຄອນນານຈ່າງ ແຂວງຈ່ຽງຊີ່ຈີນ ກໍໄດ້ຈັດການແຂ່ງຂັນແລ່ນມາລາທອນເຊັ່ນກັນ, ມີນັກກິລາ 1 ໝື່ນກວ່າຄົນເຂົ້າຮ່ວມ, ເຈົ້າພາບຈັດງານໄດ້ວາງແຜນເສັ້ນທາງການແລ່ນໂດຍສະເພາະ ໂດຍໄດ້ແລ່ນຜ່ານສະຖານທີ່ທີ່ເປັນສັນຍະລັກຂອງຕົວເມືອງ ເຊັ່ນ: ສູນວັດທະນະທຳຊ່າງນານ, ສວນສາທາລະນະວ້າຍຖ່ານເປັນຕົ້ນ ເຊິ່ງໄດ້ເຮັດໃຫ້ນັກກິລາທັງຫຼາຍສາມາດສຳຜັດກັບຮີດຄອງປະເພນີ ທີ່ມີເອກະລັກພິເສດຂອງທ້ອງຖິ່ນ.




    ນອກຈາກນີ້ແລ້ວ, ຫຼາຍຕົວເມືອງກໍໄດ້ຈັດຕັ້ງປະຕິບັດໂຄງການວັດທະນະທຳ ແລະ ທ່ອງທ່ຽວເຊື່ອມໂຍງເຂົ້າກັນ ຄື: ການທ່ອງທ່ຽວຕາມການແຂ່ງຂັນກິລາ, ຕັ້ງໜ້າຈັດການແຂ່ງຂັນກາງແຈ້ງ ຄື: ແລ່ນມາລາທອນ ແລະ ກິລາເທິງໜ້ານ້ຳເປັນຕົ້ນ ທັງໄດ້ໃຫ້ບໍລິການດ້ານກິລາ+ການທ່ອງທ່ຽວໂດຍສະເພາະ ລວມທັງການຄົມມະນາຄົມ, ການເດີນທາງ, ໂຮງແຮມເຮືອນພັກ, ອາຫານການກິນ ແລະອື່ນໆ.




    ປັດຈຸບັນນີ້ ແມ່ນໄລຍະທີ່ເໝາະກັບການຍ່າງທ່ຽວຊົມທິວທັດທຳມະຊາດຢູ່ຈີນ, ສະນັ້ນ, ການທ່ອງທ່ຽວແບບຍ່າງ ໄດ້ຮັບຄວາມນິຍົມຊົມຊອບຫຼາຍ, ການຍ່າງຕາມຖະໜົນບູຮານຢູ່ແຂວງເສສວນ ໄດ້ກາຍເປັນທາງເລືອກທຳອິດຂອງຫຼາຍຄົນ. ຖະໜົນບູຮານຢູ່ແຂວງເສສວນມີຄວາມຍາວ 1.000 ກວ່າກິໂລແມັດ, ມີປະຫວັດສາດມາເປັນເວລາ 3.000 ກວ່າປີ ເຊິ່ງເປັນສັກຂີພິຍານໃຫ້ແກ່ການປ່ຽນແປງຂອງປະຫວັດສາດ.



    ແຫຼ່ງທ່ອງທ່ຽວຖະໜົນບູຮານຢູ່ແຂວງເສສວນ ໄດ້ຈັດແບ່ງເສັ້ນທາງການຍ່າງທ່ອງທ່ຽວຫຼາຍຕອນ ໂດຍໄດ້ຜ່ານຮ່ອງຮອຍບ້ານພັກເກົ່າ, ຕົ້ນໄມ້ເກົ່າແກ່ ແລະ ຂົວເກົ່າເປັນຕົ້ນ. ກິດຈະກຳວັດທະນະທຳຫຼາກຫຼາຍສີສັນ ແລະ ທິວທັດສວຍງາມຕາມຖະໜົນບູຮານ, ເຮັດໃຫ້ນັກທ່ອງທ່ຽວຈີນ ແລະ ຕ່າງປະເທດໄດ້ຮັບປະສົບການເໝືອນດັ່ງໄດ້ຂ້າມຜ່ານການເວລາ.