ສະຫະພາບເອີຣົບທວງໃຫ້ອິດສະຣາແອນປະຕິບັດຕາມຄຳຕັດສິນຂອງສານສາກົນ

2024-05-27 10:58:16 CRI


ວັນທີ 26 ພຶດສະພານີ້, ທ່ານໂຈເຊັບ ໂບເຣວ ຟອນເຕເລັສ ຜູ້ຕາງໜ້າຂັ້ນສູງດ້ານວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບເອີຣົບກ່າວວ່າ, ປັດຈຸບັນນີ້, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດຣາຟາຍັງຄົງດຳເນີນຢູ່, ເຊິ່ງໄດ້ລະເມີດກັບຄຳຕັດສິນທີ່ສານສາກົນອົງການສະຫະປະຊາຊາດກຳນົດອອກໃນຫວ່າງບໍ່ດົນມານີ້.



ທ່ານໂບເຣວໄດ້ໃຫ້ທັດສະນະດັ່ງກ່າວກ່ອນເຂົ້າຮ່ວມກອງປະຊຸມສາກົນລະດັບລັດຖະມົນຕີກ່ຽວກັບບັນຫາປາແລັດສະຕິນທີ່ຈັດຂຶ້ນໃນມື້ດຽວກັນ. ທ່ານກ່າວຕື່ມວ່າ, ຄຳສັ່ງຂອງສານສາກົນມີຜົນບັງຄັບໃຊ້, ຕ້ອງໃຫ້ຝ່າຍຕ່າງໆປະຕິບັດຢ່າງຮອບດ້ານ ແລະ ມີປະສິດທິຜົນ, ສະຫະພາບເອີຣົບຮຽກຮ້ອງໃຫ້ສະໜອງການຊ່ວຍເຫຼືອດ້ານມະນຸດສະທຳແກ່ປາແລັດສະຕິນໂດຍໄວ, ພ້ອມທັງຟື້ນຟູຂະບວນການການເມືອງຕາມ “ແຜນການສອງປະເທດ” ຄືນໃໝ່.