ນາຍົກຈີນພົບປະກັບນາຍົກຍີ່ປຸ່ນ

2024-05-27 10:24:28 cri

ຕອນຄ່ຳວັນທີ 26 ພຶດສະພານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນພົບປະກັບທ່ານຟຸມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີຄັ້ງທີ 9 ຢູ່ນະຄອນຫຼວງເຊອຸນຂອງ ສ.ເກົາຫຼີ.


ທ່ານຫຼີສຽງກ່າວວ່າ: ບັນຫາປະຫວັດສາດ ແລະ ບັນຫາໄຕ້ຫວັນເປັນບັນຫາຫຼັກການທີ່ສຳຄັນ ທີ່ພົວພັນເຖິງພື້ນຖານການເມືອງໃນການພົວພັນຈີນ-ຍີ່ປຸ່ນ, ຫວັງວ່າ, ຍີ່ປຸ່ນຈະປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ສ້າງບັນຍາກາດອັນຕັ້ງໜ້າໃຫ້ແກ່ການຂະຫຍາຍການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ການພັດທະນາຂອງຈີນ ແລະ ຍີ່ປຸ່ນເປັນໂອກາດເຊິ່ງກັນແລະກັນ. ສອງຝ່າຍຄວນປະຕິບັດຕໍ່ກັນເປັນຢ່າງດີ, ຮ່ວມກັນປົກປ້ອງຄວາມໝັ້ນຄົງແລະຄວາມໂລ່ງລ່ຽນຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງ ແລະ ລະບົບການຄ້າເສລີທົ່ວໂລກ.


ທ່ານຟຸມິໂອະ ກິຊິດະກ່າວວ່າ: ຍີ່ປຸ່ນຍິນດີຮ່ວມກັບຝ່າຍຈີນ ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ, ຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ການແພດແລະການຮັກສາສຸຂະພາບ, ຕະຫຼາດຝ່າຍທີ 3 ແລະອື່ນໆ, ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນດ້ານບຸກຄະລາກອນ, ລົງເລິກການຮ່ວມມືພາກພື້ນ, ຮ່ວມກັນຮັບມືກັບບັນຫາທີ່ມີລັກສະນະທົ່ວໂລກ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ, ຕັ້ງໜ້າສ້າງການພົວພັນຍີ່ປຸ່ນ-ຈີນທີ່ມີລັກສະນະສ້າງສັນ ແລະ ໝັ້ນທ່ຽງ, ຊຸກຍູ້ການພົວພັນຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແບບຍຸດທະສາດຍີ່ປຸ່ນ-ຈີນຢ່າງຮອບດ້ານ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວຢ່າງໜັກແໜ້ນແລະຖາວອນ. ຍີ່ປຸ່ນຍຶດໝັ້ນຫຼັກການຂອງຕົນໃນ “ຖະແຫຼງການຮ່ວມຍີ່ປຸ່ນ-ຈີນ” ປີ 1972 ແລະ ບໍ່ມີການປ່ຽນແປງແຕ່ຢ່າງໃດຕໍ່ເລື່ອງນີ້.