ນາຍົກລັດຖະມົນຕີຈີນກ່າວວ່າ:ເປີດຂະບວນການໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ຍີ່ປຸ່ນ-ສ.ເກົາຫຼີ ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງພາກພື້ນ

2024-05-27 17:21:43 CRI


ຕອນເຊົ້າວັນທີ 27 ພຶດສະພານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານຢຸນຊົກເຢວ ປະທານາທິບໍດີສ.ເກົາຫຼີ ແລະ ທ່ານຟຸມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ຍີ່ປຸ່ນ-ສ.ເກົາຫຼີຄັ້ງທີ 9 ຢູ່ນະຄອນຫຼວງເຊອຸນຂອງສ.ເກົາຫຼີ.

 

ທ່ານຫຼີສຽງໄດ້ວາງ 5 ຂໍ້ສະເໜີກ່ຽວກັບການລົງເລິກການຮ່ວມມືຈີນ-ຍີ່ປຸ່ນ-ສ.ເກົາຫຼີ, ຄື: ໜຶ່ງ, ຊຸກຍູ້ໃຫ້ການຮ່ວມມືຟື້ນຟູຄືນໃໝ່ຢ່າງຮອບດ້ານ, ເຄົາລົບຜົນປະໂຫຍດແກນກາງ ແລະ ເລື່ອງທີ່ແຕ່ລະຝ່າຍມີຄວາມສົນໃຈເປັນຢ່າງຍິ່ງ, ເຮັດໃຫ້ການພົວພັນສອງຝ່າຍ ແລະ ການຮ່ວມມືສາມຝ່າຍຊຸກຍູ້ເຊິ່ງກັນ ແລະ ກັນ. ສອງ, ລົງເລິກການເຊື່ອມໂຍງເຊື່ອມຈອດກັນດ້ານເສດຖະກິດການຄ້າ, ຮັກສາຄວາມໝັ້ນທ່ຽງ ແລະ ຄວາມໂລ່ງລ່ຽນຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ, ຟື້ນຟູ ແລະ ສຳເລັດການເຈລະຈາສັນຍາການຄ້າເສລີຈີນ-ຍີ່ປຸ່ນ-ສ.ເກົາຫຼີໂດຍໄວ. ສາມ, ນຳໜ້າເຂົ້າຮ່ວມການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ເພີ່ມທະວີການປະສານສົມທົບດ້ານການປະດິດສ້າງໃໝ່ ແລະ ການຮ່ວມມືໃນຂົງເຂດເຕັກໂນໂລຊີລ້ຳສະໄໝ. ສີ່, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ຖືເອົາການຈັດ “ປີແລກປ່ຽນວັດທະນະທຳຈີນ-ຍີ່ປຸ່ນ-ສ.ເກົາຫຼີ” ເປັນກາລະໂອກາດ, ຊຸກຍູ້ໃຫ້ປະຊາຊົນສາມປະເທດຫັນຈາກ “ການຢູ່ອາໄສຢ່າງໃກ້ຄຽງ” ກ້າວໄປສູ່ “ການເຊື່ອມສານທາງດ້ານຈິດໃຈ”. ຫ້າ, ພະຍາຍາມຊຸກຍູ້ການພັດທະນາແບບຍືນຍົງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ການຫັນປ່ຽນຮູບແບບການພັດທະນາຕາມທິດທາງກາກບອນຕ່ຳ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາຄວາມເຖົ້າແກ່ຂອງປະຊາກອນ, ການຮັບມືກັບພະຍາດຕິດແປດ ແລະອື່ນໆ.