ນາຍົກປາກິດສະຖານປະກາດຍຶດໝັ້ນຫຼັກການປະເທດຈີນດຽວອີກເທື່ອໜຶ່ງ

2024-05-27 15:25:00 cri

ວັນທີ 26 ພຶດສະພານີ້, ທ່ານມູຮຳເມັດ ຊາບາສ ຊາຣິຟ ນາຍົກລັດຖະມົນຕີປາກິດສະຖານໄດ້ປະກາດອີກເທື່ອໜຶ່ງວ່າ: ປາກິດສະຖານຍຶດໝັ້ນຫຼັກການປະເທດຈີນດຽວ.

ທ່ານມູຮເມັດ ຊາບາສ ຊາຣິຟໄດ້ອອກຖະແຫຼງການຜ່ານສື່ສັງຄົມອອນລາຍໃນມື້ດຽວກັນວ່າ: ໃນຖານະເປັນປະເທດອ້າຍນ້ອງ ແລະ ຄູ່ຮ່ວມມືທາງຍຸດທະສາດຂອງຈີນ, ປາກິດສະຖານໄດ້ສະໜັບສະໜູນຫຼັກໝັ້ນຂອງຈີນກ່ຽວກັບບັນຫາໄຕ້ຫວັນຕະຫຼອດມາ ແລະ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນດັ່ງກ່າວຕະຫຼອດໄປ. ປາກິດສະຖານຍຶດໝັ້ນຫຼັກການປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນ, ຖືໄຕ້ຫວັນເປັນສ່ວນໜຶ່ງຂອງຈີນທີ່ແບ່ງແຍກອອກຈາກຈີນບໍ່ໄດ້, ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານຈີນໃນການບັນລຸການທ້ອມໂຮມປະເທດຊາດເປັນອັນໜຶ່ງອັນດຽວກັນ.

ເມື່ອບໍ່ດົນມານີ້, ທ່ານອາຟໍຊິຟ ອາລີ ຊາດາຣີ ປະທານາທິບໍດີປາກິດສະຖານໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນ ໂດຍກ່າວເນັ້ນໜັກວ່າ: ປາກິດສະຖານຍຶດໝັ້ນຫຼັກການປະເທດຈີນດຽວ, ເດັດດ່ຽວປົກປ້ອງ ແລະ ສະໜັບສະໜູນຜົນປະໂຫຍດແກນກາງຂອງຈີນ, ຄັດຄ້ານ “ການແບ່ງແຍກໄຕ້ຫວັນເປັນເອກະລາດ” ໃນທຸກຮູບແບບ. ໄຕ້ຫວັນເປັນສ່ວນໜຶ່ງຂອງຜືນແຜ່ນດິນຂອງຈີນທີ່ແບ່ງແຍກອອກຈາກຈີນບໍ່ໄດ້.