ປະມຸກລັດບາເຣນ, ເອຢິບ, ຕຸຍນີຊີ ແລະ ສະຫະລັດອາຣັບເອມີເຣດຈະເດີນທາງມາຢ້ຽມຢາມຈີນ

2024-05-27 15:02:40 cri

ວັນທີ 27 ພຶດສະພານີ້, ທ່ານນາງຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ສົມເດັດຮາມັດ ບິນ ອີຊາ ອານ ຄາລີຟາ ເຈົ້າຊີວິດບາເຣນ, ທ່ານອັບດຸນ ຟາຕາ ອານ-ຊີຊີ ປະທານາທິບໍດີເອຢິບ, ທ່ານຄາຍສ ໄຊອິດ ປະທານາທິບໍດີຕຸຍນີຊີ ແລະ ທ່ານໂມຮຳເມັດບິນ ຊາເຢັດ ອານ-ນາຢານ ປະທານາທິບໍດີສະຫະລັດອາຣັບເອມີເຣດຈະເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ລະຫວ່າງວັນທີ 28 ພຶດສະພານີ້ຫາວັນທີ 1 ມິຖຸນາໜ້ານີ້ ແລະ ເຂົ້າຮ່ວມພິທີໄຂກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ.