ຈີນ ແລະ ອາເມຣິກາຈັດການເປິກສາຫາລືກ່ຽວກັບວຽກງານທາງທະເລຮອບທີ 2

2024-05-28 14:19:36 CRI


ວັນທີ 24 ພຶດສະພານີ້, ການເປິກສາຫາລືກ່ຽວກັບວຽກງານທາງທະເລຮອບທີ 2 ລະຫວ່າງຈີນ ແລະ ອາເມຣິກາໄດ້ຈັດຂຶ້ນຜ່ານທາງວີດີໂອ.

 

ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການທາງທະເລ ແລະ ບັນຫາທີ່ກ່ຽວຂ້ອງກັບທະເລ, ເຫັນດີຈະຮັກສາການສົນທະນາ ແລະ ການແລກປ່ຽນກັນ, ຫຼີກເວັ້ນຄວາມເຂົ້າໃຈຜິດ ແລະ ການຕີລາຄາທີ່ຜິດພາດ, ຄຸ້ມຄອງ ແລະ ຄວບຄຸມຄວາມສ່ຽງຢູ່ເທິງທະເລ. ຝ່າຍຈີນສະແດງຄວາມເປັນຫ່ວງຢ່າງເຄັ່ງຂຶມຕໍ່ການກະທຳຂອງອາເມຣິກາທີ່ທ້າທາຍເກາະຜິດ ແລະ ລ່ວງລ້ຳອະທິປະໄຕຂອງຈີນຢູ່ເຂດທະເລອ້ອມຂ້າງປະເທດຈີນ, ຮຽກຮ້ອງໃຫ້ອາເມຣິກາຈົ່ງເຄົາລົບອະທິປະໄຕເໜືອຜືນແຜ່ນດິນ ແລະ ສິດຜົນປະໂຫຍດທາງທະເລຂອງຈີນຢ່າງແທ້ຈິງ, ຢ່າແຊກແຊງເຂົ້າໃນຄວາມຂັດແຍ້ງທາງທະເລລະຫວ່າງຈີນກັບປະເທດອ້ອມຂ້າງ, ຢ່າສ້າງກຸ່ມກ້ອນເພື່ອ “ຖ່ວງດຶງຈີນດ້ວຍບັນຫາທາງທະເລ”, ຢ່າທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

 

ຝ່າຍຈີນກ່າວເນັ້ນໜັກວ່າ, ຫຼັກການປະເທດຈີນດຽວເປັນພື້ນຖານການເມືອງຂອງສາຍພົວພັນລະຫວ່າງຈີນ ແລະ ອາເມຣິກາ, ແມ່ນພື້ນຖານອັນສຳຄັນສຳລັບການສົນທະນາກ່ຽວກັບບັນຫາທາງທະເລ. ອິດທິກຳລັງ“ແບ່ງແຍກໄຕ້ຫວັນອອກເປັນເອກະລາດ” ເປັນໄພຂົ່ມຂູ່ໃຫຍ່ທີ່ສຸດທີ່ທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ. ອາເມຣິກາຄວນຍຸດຕິການສະໜັບສະໜູນຕໍ່ອິດທິກຳລັງ “ແບ່ງແຍກໄຕ້ຫວັນອອກເປັນເອກະລາດ” ໃນທັນທີ, ປະຕິບັດຄຳໝັ້ນສັນຍາທີ່ ບໍ່ສະໜັບສະໜູນອິດທິກຳລັງ “ແບ່ງແຍກໄຕ້ຫວັນອອກເປັນເອກະລາດ” ຢ່າງແທ້ຈິງ.