ທູດພິເສດຂອງທ່ານສີຈິ້ນຜິງຈະເຂົ້າຮ່ວມພິທີຂຶ້ນດຳລົງຕຳແໜ່ງອີກວາລະໜຶ່ງຂອງປະທານາທິບໍດີແອນຊານວາດໍ

2024-05-28 21:29:48 CRI


    ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານແອນຊານວາດໍ, ທ່ານຊຸ່ນເຢ້ລີ ລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈະເດີນທາງໄປແຊງຊານວາດໍ ນະຄອນຫຼວງປະເທດແອນຊານວາດໍ ເພື່ອເຂົ້າຮ່ວມພິທີຂຶ້ນດຳລົງຕຳແໜ່ງອີກວາລະໜຶ່ງຂອງປະທານາທິບໍດີແອນຊານວາດໍທີ່ຈະຈັດຂຶ້ນໃນວັນທີ 1 ມິຖຸນາໜ້ານີ້ ໃນຖານະເປັນທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ.