ທ່ານສີຈິ້ນຜິງຕອບຄືນຈົດໝາຍຜູ້ຕາງໜ້ານັກຮຽນໂຄງການໂຮງຮຽນສອນພາສາຈີນຮ້ອຍແຫ່ງຂອງສະຫະລັດອາຣັບເອມີເຣດ

2024-05-28 09:44:33 cri

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຄືນຈົດໝາຍຜູ້ຕາງໜ້ານັກຮຽນໂຄງການໂຮງຮຽນສອນພາສາຈີນຮ້ອຍແຫ່ງຂອງສະຫະລັດອາຣັບເອມີເຣດ ໂດຍໄດ້ໃຫ້ກຳລັງໃຈແກ່ເຂົາເຈົ້າໃນການຮຽນພາສາຈີນໃຫ້ດີ ແລະ ຮັບຮູ້ກ່ຽວກັບຈີນ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມໄມຕີຈິດມິດຕະພາບຈີນ-ສະຫະລັດອາຣັບເອມີເຣດ.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ຂ້າພະເຈົ້າໄດ້ອ່ານຈົດໝາຍຂອງພວກຫຼານທຸກຄົນ ໂດຍໄດ້ຮູ້ສຶກເຖິງຄວາມຮັກຫອມຂອງພວກຫຼານທີ່ມີຕໍ່ວັດທະນະທຳຂອງຈີນ ແລະ ຄວາມປາດຖະໜາຕໍ່ໄມຕີຈິດມິດຕະພາບລະຫວ່າງສອງປະເທດ. ເມື່ອ 5 ປີກ່ອນ, ຂ້າພະເຈົ້າ ແລະ ທ່ານໂມຮາມເມັດບິນ ຊາເຢັດ ອານ-ນາຢານ ປະທານາທິບໍດີສະຫະລັດອາຣັບເອມີເຣດໄດ້ຮ່ວມກັນເປີດໂຄງການສອນພາສາຈີນຮ້ອຍແຫ່ງຂອງສະຫະລັດອາຣັບເອມີເຣດ. ປັດຈຸບັນ, ການ“ຮຽນພາສາຈີນ” ໄດ້ກາຍເປັນກະແສນິຍົມໃໝ່ຢູ່ສະຫະລັດອາຣັບເອມີເຣດ ແລະ ໄດ້ບຳລຸງສ້າງນັກການທູດນ້ອຍໃນການແລກປ່ຽນລະຫວ່າງຈີນ ແລະ ສະຫະລັດອາຣັບເອມີເຣດຄືພວກຫຼານ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ພວກຫຼານຂຽນຢູ່ໃນຈົດໝາຍວ່າ, ຈີນ ແລະ ສະຫະລັດອາຣັບເອມີເຣດໄດ້ຮ່ວມມືກັນ 40 ປີແລ້ວ, ຫວັງວ່າຈີນ ແລະ ອາຣັບເອມີເຣດຈະເປັນເພື່ອນມິດທີ່ດີຕໍ່ກັນຕະຫຼອດໄປ, ປະຊາຊົນຈີນກໍມີຄວາມປາດຖະໜາຄືແນວນີ້ເຊັ່ນດຽວກັນ. ໄວໜຸ່ມເຍົາວະຊົນເປັນອະນາຄົດຂອງການພົວພັນໄມຕີຈິດມິດຕະພາບຈີນ-ສະຫະລັດອາຣັບເອມີເຣດ. ຍິນດີຕ້ອນຮັບພວກຫຼານມາເບິ່ງໝີແພນດາ ແລະ ຂຶ້ນກຳແພງເມືອງຈີນຢູ່ປະເທດຈີນ, ໃນອະນາຄົດມາຮຽນຢູ່ມະຫາວິທະຍາໄລຂອງຈີນ, ຍິນດີຕ້ອນຮັບໄວໜຸ່ມເຍົາວະຊົນສະຫະລັດອາຣັບເອມີເຣດຫຼາຍກວ່າເກົ່າຮຽນພາສາຈີນ ແລະ ຮັບຮູ້ກ່ຽວກັບຈີນ, ແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນກັບໄວໜຸ່ມເຍົາວະຊົນຂອງຈີນ, ຝັງມິດຕະພາບເຂົ້າໃນໃຈ, ປະກອບສ່ວນຂອງຕົນເຂົ້າໃນອະນາຄົດທີ່ດີງາມກວ່າເກົ່າຂອງການພົວພັນຈີນ-ສະຫະລັດອາຣັບເອມີເຣດ.