ບໍ່ວ່າປະເທດໃດ, ອົງການຈັດຕັ້ງໃດ ຫຼື ບຸກຄົນໃດໆກໍຕາມ ກໍບໍ່ຄວນເພີ້ຝັນວ່າ ໃນບັນຫາໄຕ້ຫວັນນັ້ນເມື່ອກ້າວລ້ຳຂອບເຂດແລ້ວຈະບໍ່ເສຍຄ່າຕອບແທນໃດໆ

2024-05-28 10:11:59 CRI

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 27 ພຶດສະພານີ້, ມີນັກຂ່າວຖາມວ່າ: ວັນທີ 22 ພຶດສະພານີ້, ໃນເວັບໄຊກະຊວງການຕ່າງປະເທດຈີນໄດ້ປະກາດຂໍ້ຕົກລົງການໃຊ້ມາດຕະການຕອບໂຕ້ຕໍ່ວິສາຫະກິດອຸດ ສາຫະກຳການທະຫານ 12 ແຫ່ງ ພ້ອມດ້ວຍຜູ້ບໍລິຫານລະດັບສູງ 10 ຄົນຂອງວິສາຫະກິດດັ່ງກ່າວຂອງອາເມຣິການັ້ນ ໄດ້ເປັນການຕອບໂຕ້ອາເມຣິກາຂອງຝ່າຍຈີນໃນກໍລະນີທີ່ລົງໂທດວິສາຫະກິດຈີນ ໂດຍອ້າງວ່າມີບັນຫາກ່ຽວພັນເຖິງຣັດເຊຍ ແລະ ຍັງໄດ້ເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຂອງຜູ້ນຳເຂດໄຕ້ຫວັນນັ້ນ ແມ່ນບໍ່?


ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ນັບແຕ່ໃດມາ, ຈີນກໍເດັດດ່ຽວຄັດຄ້ານການລົງໂທດແຕ່ຝ່າຍດຽວ ແລະ ການຍື່ນມືເຂົ້າມາແຊກແຊງ ໂດຍຂາດຫຼັກອ້າງອີງຈາກກົດໝາຍສາກົນ ທັງບໍ່ໄດ້ຮັບການມອບສິດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນຈະສືບຕໍ່ນຳໃຊ້ມາດຕະການອັນຈຳເປັນທຸກຢ່າງ ເພື່ອປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ຊອບດ້ວຍກົດໝາຍຂອງຕົນ. ຈີນເຕືອນໃຫ້ອາເມຣິກາຈົ່ງສຳນຶກຄືນການກະທຳຄວາມຜິດຂອງຕົນຢ່າງເລິກເຊິ່ງ, ປະເຊີນກັບຄວາມຮັບຜິດຊອບຂອງຕົນຢ່າງຖືກຕ້ອງໃນການເຮັດໃຫ້ເກີດວິກິດການ ທັງຮຸນແຮງຂຶ້ນເລື້ອຍໆຢູ່ອູແກຣນ, ຍຸດຕິການໃສ່ຮ້າຍປ້າຍສີ ແລະ ການໃຊ້ຄວາມກົດດັນຕໍ່ຈີນ, ຍຸດຕິການລົງໂທດແຕ່ຝ່າຍດຽວຕາມລຳພັງ.


ທ່ານນາງໝາວໜິງຍັງກ່າວຕື່ມວ່າ: ບັນຫາໄຕ້ຫວັນເປັນແກນກາງຂອງຜົນປະໂຫຍດແກນກາງຂອງຈີນ, ແມ່ນເສັ້ນແດງເສັ້ນທຳອິດທີ່ບໍ່ສາມາດກ້າວລ້ຳໄດ້ໃນການພົວພັນລະຫວ່າງຈີນ-ອາເມຣິກາ. “ບໍ່ວ່າປະເທດໃດ, ອົງການຈັດຕັ້ງໃດໆ ຫຼື ບຸກຄົນໃດໆກໍຕາມ ກໍບໍ່ຄວນປະເມີນຕ່ຳຕໍ່ຄວາມຕັດສິນໃຈອັນເດັດຂາດ, ຄວາມຕັ້ງໃຈອັນເດັດດ່ຽວ ແລະ ຄວາມສາມາດທີ່ເຂັ້ມແຂງຂອງລັດຖະບານ ແລະ ປະຊາຊົນຈີນ ໃນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ, ບໍ່ຄວນເພີ້ຝັນວ່າ ໃນບັນຫາໄຕ້ຫວັນນັ້ນເມື່ອກ້າວລ້ຳຂອບເຂດແລ້ວຈະບໍ່ເສຍຄ່າຕອບແທນແຕ່ປະການໃດ”.