ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ ພິຈາລະນາ “ນະໂຍບາຍ ແລະ ມາດຕະການຕ່າງໆທີ່ຊຸກຍູ້ໃຫ້ພາກກາງຂອງຈີນເລັ່ງພັດທະນາໃນຍຸກໃໝ່”

2024-05-28 16:07:44 CRI


 ວັນທີ 27 ພຶດສະພານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາ “ນະໂຍບາຍ ແລະ ມາດຕະການຕ່າງໆທີ່ຊຸກຍູ້ໃຫ້ພາກກາງຂອງຈີນເລັ່ງພັດທະນາໃນຍຸກໃໝ່” “ຂໍ້ກຳນົດສືບທາວຫາຄວາມຮັບຜິດຊອບໃນການປ້ອງກັນ ແລະ ແກ້ໄຂຄວາມສ່ຽງດ້ານການທະນາຄານ (ສະບັບທົດລອງ)”. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມຄັ້ງນີ້.

 

ກອງປະຊຸມໄດ້ເນັ້ນໜັກວ່າ, ຕ້ອງເສີມຂະຫຍາຍທ່າແຮງດ້ານການເຕົ້າໂຮມຊັບພະຍາກອນວິທະຍາສາດ ແລະ ການສຶກສາ, ຍຶດໝັ້ນການພັດທະນາທີ່ຂັບເຄື່ອນໂດຍການປະດິດສ້າງໃໝ່, ເພີ່ມທະວີການບຸກທະລຸໃນດ້ານວິທະຍາສາດເຕັກໂນໂລຊີທີ່ມີລັກສະນະປະດິດສ້າງໃໝ່. ຕ້ອງພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ, ເລັ່ງລັດສ້າງລະບົບອຸດສາຫະກຳທັນສະໄໝ, ພັດທະນາເສດຖະກິດຕົວຈິງໃຫ້ເຂັ້ມແຂງ, ປະສານສົມທົບຢ່າງມີແຜນການໃນການຊຸກຍູ້ການຫັນປ່ຽນຮູບແບບການພັດທະນາ ແລະ ຍົກລະດັບ ອຸດສາຫະກຳດັ້ງເດີມ, ບຳລຸງສ້າງອຸດສາຫະກຳທີ່ພັດທະນາຂຶ້ນມາໃໝ່ໃຫ້ເຂັ້ມແຂງຂຶ້ນ, ວາງແຜນພັດທະນາອຸດສາຫະກຳລ້ຳຍຸກ. ຕ້ອງເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງພູມສາດ, ເສີມສ້າງລະບົບພື້ນຖານໂຄງລ່າງຄົມມະນາຄົມທີ່ທັນສະໄໝ, ຊຸກຍູ້ການເຄື່ອນໄຫວຂອງປັດໄຈການຜະລິດຕ່າງໆຢ່າງມີປະສິດທິພາບສູງ ເສລີ ແລະ ສະດວກວ່ອງໄວ, ເຊື່ອມໂຍງເຂົ້າໃນການຮັບໃຊ້ຮູບແບບການພັດທະນາໃໝ່ໃຫ້ດີກວ່າເກົ່າ. ຕ້ອງປະສານສົມທົບກັນໃນການຊຸກຍູ້ການອະນຸລັກສິ່ງແວດລ້ອມ, ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ, ເລັ່ງລັດສ້າງພາກກາງທີ່ສວຍງາມ. ຕ້ອງຍຶດໝັ້ນການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ. ຕ້ອງອອກແຮງຍົກລະດັບຄວາມສາມາດໃນການຮັບປະກັນສະບຽງອາຫານ, ພະລັງງານ ແລະ ຊັບພະຍາກອນ, ເຮັດໃຫ້ການພັດທະນາດ້ວຍຄຸນນະພາບສູງ ແລະ ຄວາມໝັ້ນຄົງໃນລະດັບສູງຊ່ວຍຊູຍູ້ໜູນກັນ.