10 ປີຜ່ານມາທາງຫຼວງຢູ່ຊົນນະບົດຈີນໄດ້ເພີ່ມຂຶ້ນ 18,5%

2024-05-28 15:38:22 CRI


    ວັນທີ 28 ພຶດສະພານີ້, ກະຊວງຄົມມະນາຄົມ ແລະ ຂົນສົ່ງຈີນໃຫ້ຮູ້ວ່າ, ໃນ ໄລຍະ 10 ປີຜ່ານມານີ້, ການສ້າງທາງຫຼວງຢູ່ຊົນນະບົດຈີນໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ. ໂດຍລວມແລ້ວໄດ້ນຳໃຊ້ງົບປະມານເຖິງ 4200 ຕື້ຢວນ, ທາງຫຼວງ ທີ່ສ້າງໃໝ່ ແລະ ປັບປຸງໃໝ່ຢູ່ຊົນນະບົດໃນທົ່ວປະເທດຈີນມີຄວາມຍາວປະມານ 2,5 ລ້ານກິໂລແມັດ, ນັບມາຮອດທ້າຍປີ 2023, ໄລຍະທາງທັງໝົດຂອງທາງຫຼວງຢູ່ຊົນນະບົດຈີນໄດ້ເພີ່ມຈາກ 3,88 ລ້ານກວ່າກິໂລແມັດໃນທ້າຍປີ 2014 ຂຶ້ນເປັນ 4,6 ລ້ານກິໂລແມັດ, ເພີ່ມຂຶ້ນ 18,5%.