ຈີນ-ຍີ່ປຸ່ນ-ສ.ເກົາຫຼີເລັ່ງຄວາມໄວຂອງການຮ່ວມມືຂຶ້ນຕື່ມອີກພາຍຫຼັງ 25 ປີ

2024-05-28 14:51:29 cri

ເມື່ອ 25 ປີກ່ອນ ຄື ປີ 1999, ໃນໄລຍະເຂົ້າຮ່ວມກອງປະຊຸມລະຫວ່າງຜູ້ນຳປະເທດສະມາຊິກອາຊຽນກັບຜູ້ນຳຂອງຈີນ, ຍີ່ປຸ່ ແລະ ສ.ເກົາຫຼີ, ຜູ້ນຳທັງສາມປະເທດໄດ້ເຂົ້າຮ່ວມງານລ້ຽງອາຫານເຊົ້າແບບເຮັດວຽກ ເຊິ່ງເປັນການເລີ່ມຕົ້ນຂະບວນການຮ່ວມມືຈີນ-ຍີ່ປຸ່ນ-ສ.ເກົາຫຼີ.

ວັນທີ 27 ພຶດສະພານີ້, ກອງປະຊຸມຜູ້ນຳຈີນ-ຍີ່ປຸ່ນ-ສ.ເກົາຫຼີຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຊອູນ ປະເທດ ສ.ເກົາຫຼີ. ສາມປະເທດດັ່ງກ່າວໄດ້ອອກຖະແຫຼງການຮ່ວມ ໂດຍໄດ້ເຫັນດີເປັນເອກະພາບກັນຈະສຸມກຳລັງເຂົ້າໃນການຈັດຕັ້ງປະຕິບັດການແລມອງໃນ 10 ປີຕໍ່ໜ້າຂອງການຮ່ວມມືຈີນ-ຍີ່ປຸ່ນ-ສ.ເກົາຫຼີ ທີ່ໄດ້ຜ່ານການຮັບຮອງໃນກອງປະຊຸມຄັ້ງທີ່ຜ່ານມາ, ຊຸກຍູ້ການຮ່ວມມືສາມປະເທດໃຫ້ເປັນກົນໄກ, ຮ່ວມກັນປົກປ້ອງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.

ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ມີຂໍ້ສະເໜີ 5 ຂໍ້ໃນກອງປະຊຸມດັ່ງກ່າວ ໂດຍໄດ້ຮຽກຮ້ອງໃຫ້ຊຸກຍູ້ການຟື້ນຟູການຮ່ວມມືຢ່າງຮອບດ້ານ, ລົງເລິກການເຊື່ອມໂຍງເຊື່ອມຈອດກັນໃນດ້ານເສດຖະກິດການຄ້າ, ນຳພາການຮ່ວມມືໃນເລື່ອງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ຮັດແໜ້ນການພົວພັນການແລກປ່ຽນດ້ານວັດທະນະທຳ, ຊຸກຍູ້ການພັດທະນາແບບຍືນຍົງ. ຂໍ້ສະເໜີເຫຼົ່ານີ້ໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກຜູ້ນຳ ສ.ເກົາຫຼີ ແລະ ຍີ່ປຸ່ນ. ເຂົາເຈົ້າຍັງຕັ້ງເປົ້າໝາຍວ່າຈະຖືເອົາກອງປະຊຸມຜູ້ນຳໃນຄັ້ງນີ້ເປັນຈຸດເລີ່ມຕົ້ນໃໝ່ ເພື່ອຮັກສາຄວາມໝັ້ນທ່ຽງ ແລະ ຄວາມຕໍ່ເນື່ອງຂອງການຮ່ວມມື. ນີ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີມີຜົນປະໂຫຍດຮ່ວມຢ່າງຫຼວງຫຼາຍ ແລະ ພື້ນທີ່ການຮ່ວມມືທີ່ກວ້າງຂວາງ, ສາມາດຮ່ວມກັນສະແຫວງຫາການພັດທະນາໂດຍຜ່ານຄວາມສາມັກຄີ ແລະ ການປະສານງານກັນ.