ຢາກເຂົ້າຮ່ວມກອງປະຊຸມແຕ່ເຂົ້າບໍ່ໄດ້ເຖິງ 8 ຄັ້ງເຊິ່ງສະແດງໃຫ້ເຫັນວ່າ “ການແຍກໄຕ້ຫວັນເປັນເອກະລາດ” ບໍ່ມີທາງອອກ

2024-05-29 14:31:48 cri

ວັນທີ 27 ພຶດສະພານີ້, ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 77 ໄດ້ປະຕິເສດຢ່າງຈະແຈ້ງຕໍ່ບາງປະເທດສະເໜີຮ່າງມະຕິທີ່ເອີ້ນວ່າ “ເຊື້ອເຊີນໄຕ້ຫວັນເຂົ້າຮ່ວມກອງປະຊຸມໃນຖານະຜູ້ສັງເກດການ” ເຂົ້າໃນວາລະກອງປະຊຸມ. ຄັ້ງນີ້ເປັນປີທີ 8 ແລ້ວທີ່ເຈົ້າໜ້າທີ່ໄຕ້ຫວັນຢາກເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກ ແລະ ຖືກອົງການດັ່ງກ່າວປະຕິເສດເປັນ 8 ຄັ້ງລຽນຕິດ ເຊິ່ງສະແດງໃຫ້ເຫັນຢ່າເຕັມທີ່ວ່າ: ຫຼັກການປະເທດຈີນດຽວເປັນຄວາມຮັບຮູ້ທົ່ວໄປຂອງໂລກ ແລະ ເປັນທ່ວງທ່າທີ່ຕ້ອງເປັນໄປ; ເຈົ້າໜ້າທີ່ພັກປະຊາທິປະໄຕກ້າວໜ້າໄຕ້ຫວັນສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກ ເພື່ອຫຼິ້ນເກມການເມືອງ ໄດ້ທຳລາຍຜົນປະໂຫຍດຮ່ວມຂອງທົ່ວໂລກ, ການມີເຈຕະນາຢາກເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກມີແຕ່ຈະສ້າງຄວາມເສື່ອມເສຍໃຫ້ແກ່ພວກເຂົາເອງ, “ການແບ່ງແຍກໄຕ້ຫວັນເປັນເອກະລາດ” ຈະເປັນເສັ້ນທາງທີ່ກ້າວໄປສູ່ຄວາມຫາຍະນະເທົ່ານັ້ນ.


ອາເມຣິກາ ແລະ ໄຕ້ຫວັນສົມຮູ້ຮ່ວມຄິດຢາກສວຍໃຊ້ກອງປະຊຸມໃຫຍ່ອົງການອະນາໄມໂລກ ເພື່ອຫຼິ້ນເກມການເມືອງ, ປະຊາຄົມໂລກຮູ້ດີທີ່ສຸດ ແລະ ໄດ້ຕອບໂຕ້ຄືນຢ່າງເດັດດ່ຽວດ້ວຍການກະທຳຕົວຈິງ: ໃນໄລຍະຜ່ານມາ, ປະເທດສ່ວນຫຼາຍທີ່ສຸດຢູ່ໃນໂລກລ້ວນແຕ່ໄດ້ກ່າວຢ້ຳຕໍ່ຈີນວ່າ: ຈະຍຶດໝັ້ນມະຕິເລກ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ຍຶດໝັ້ນສະໜັບສະໜູນຫຼັກການປະເທດຈີນດຽວ ແລະ ຄັດຄ້ານບໍ່ໃຫ້ໄຕ້ຫວັນເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກ, ມີຮ້ອຍກວ່າປະເທດຢູ່ໃນໂລກໄດ້ສົ່ງສານເຖິງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ເພື່ອສະໜັບສະໜູນຫຼັກໝັ້ນຂອງຈີນ.


ປັດຈຸບັນ, ທົ່ວໂລກພວມຢູ່ໃນໄລຍະຫົວລ້ຽວຫົວຕໍ່ໃນການເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ. ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງນີ້ຈະເປິກສາຫາລືການດັດແກ້ “ກົດລະບຽບສາທາລະນະສຸກສາກົນ”, ການເຊັນ “ສັນຍາວ່າດ້ວຍການແພ່ລະບາດໃຫຍ່ຂອງພະຍາດ” ແລະ ຫົວຂໍ້ສຳຄັນອື່ນໆ. ເຈົ້າໜ້າທີ່ໄຕ້ຫວັນ ແລະ ບາງປະເທດຊ້ຳພັດຕັ້ງໃຈຢາກຫຼິ້ນເກມການເມືອງ, ໄດ້ຈັດເອົາຜົນປະໂຫຍດສ່ວນຕົວທາງການເມືອງໄວ້ຢູ່ເໜືອກວ່າຄວາມໝັ້ນຄົງດ້ານສາທາລະນະສຸກສາກົນ. ປະຊາຄົມໂລກຍ່ອມຈະບໍ່ສາມາດຍອມຮັບຕໍ່ຜູ້ຫຼິ້ນເກມເຫຼົ່ານີ້ໄດ້ຢ່າງແນ່ນອນ.