ຈີນ ແລະ ກີເນເອກວາຕໍຣິອານຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ

2024-05-29 10:54:24 cri

ຕອນບ່າຍວັນທີ 28 ພຶດສະພານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານເຕວໂດໂຣ ໂອບຽງ ເງີມາ ເອັມບາໂຊໂກ ປະທານາທິບໍດີກີເນເອກວາຕໍຣິອານ. ປະມຸກລັດສອງປະເທດໄດ້ປະກາດຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໂລກປັດຈຸບັນເກີດມີການປ່ຽນແປງອັນສັບສົນ ແລະ ພວມເລັ່ງການຜັນແປແບບບໍ່ເຄີຍມີມາໃນຮອບຮ້ອຍປີ, ສັງຄົມມະນຸດພວມປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ປະເທດພວມພັດທະນາຕ້ອງການກວ່າທຸກເວລາໃດໝົດໃນການເພີ່ມຄວາມສາມັກຄີແລະການຮ່ວມມືກັນ. ຈີນຍິນດີຮ່ວມກັບປະເທດພວມພັດທະນາທັງຫຼາຍ ເຊິ່ງລວມທັງກີເນເອກວາຕໍຣິອານ, ສົ່ງເສີມ ຈິດໃຈຂອງຫຼັກ 5 ປະການຂອງການຢູ່ຮ່ວມກັນໂດຍສັນຕິ, ເພີ່ມທະວີການປະສານງານກັນໃນວຽກງານສາກົນ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງປະເທດພວມພັດທະນາ, ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳສາກົນ, ຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານໂອບຽງກ່າວວ່າ: ກີເນເອກວາຕໍຣິອານຕີລາຄາສູງຕໍ່ຈີນທີ່ໄດ້ທຳຄວາມພະຍາຍາມ ເພື່ອຊຸກຍູ້ການແກ້ໄຂບັນຫາຈຸດສຸມໃນພາກພື້ນໂດຍສັນຕິ ແລະ ຊຸກຍູ້ສັນຕິພາບແລະການພັດທະນາຂອງໂລກ, ຍິນດີຮ່ວມກັບຈີນ, ເພີ່ມທະວີການຮ່ວມມືພາຍໃຕ້ຂອບເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ, ກຸ່ມປະເທດບຣິກສ ແລະອື່ນໆ, ຊຸກຍູ້ໃຫ້ລະບົບບໍລິຫານທົ່ວໂລກຂະຫຍາຍໄປສູ່ທິດທາງທີ່ມີຄວາມຍຸຕິທຳກວ່າເກົ່າ ແລະ ສົມເຫດສົມຜົນກວ່າເກົ່າ. ກີເນເອກວາຕໍຣິອານຍຶດໝັ້ນປະຕິບັດຫຼັກການປະເທດຈີນດຽວ, ຍຶດໝັ້ນສະໜັບສະໜູນຄວາມພະຍາຍາມຂອງລັດຖະບານຈີນ ເພື່ອທ້ອນໂຮມປະເທດຈີນເຂົ້າເປັນເອກະພາບຢ່າງສົມບູນ.