ຈີນເນັ້ນການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ທີ່ມີຈິດໃຈປະດິດສ້າງໃໝ່ຕາມຫຼັກວິທະຍາສາດເປັນທິດຊີ້ນຳ

2024-05-29 09:39:15 cri


ວັນທີ 30 ພຶດສະພານີ້ແມ່ນວັນພະນັກງານວິທະຍາສາດເຕັກນິກແຫ່ງຊາດຈີນຄົບຮອບ 8 ປີ. ແຫ່ງຕ່າງໆໃນທົ່ວປະເທດຈີນຈະຈັດກິດຈະກຳໃນຫົວຂໍ້ “ເສີມຂະຫຍາຍຈິດໃຈນັກວິທະຍາສາດ, ກ້າເປັນຜູ້ນຳໜ້າໃນການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກລະດັບສູງ.”

ຜົນສຳເລັດຂອງວິທະຍາສາດແມ່ນປັດສະຈາກການຄ້ຳຊູຂອງຈິດໃຈປະດິດສ້າງໃໝ່ບໍ່ໄດ້. ນັບແຕ່ປະເທດຈີນໃໝ່ສະຖາປະນາຂຶ້ນເປັນຕົ້ນມາ, ວຽກງານວິທະຍາສາດເຕັກນິກຂອງຈີນໄດ້ຮັບຜົນສຳເລັດລັກສະນະປະຫວັດສາດ ເຊິ່ງເປັນຜົນສຳເລັດທີ່ໄດ້ມາຈາກການບຸກບືນສູ້ຊົນຢ່າງຕໍ່ເນື່ອງຂອງພະນັກງານວິທະຍາສາດເຕັກນິກທຸກເຊັ່ນຄົນ. ຄຽງຄູ່ກັບການພັດທະນາຂອງຍຸກສະໄໝແລະຄວາມກ້າວໜ້າຂອງສັງຄົມ, ຈິດໃຈນັກວິທະຍາສາດທີ່ຖືເອົາການຮັກຊາດ, ການປະດິດສ້າງ, ສະແຫວງຫາຄວາມເປັນຈິງ, ອຸທິຕົນ, ປະສານສົມທົບກັນ ແລະ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດເປັນເນື້ອໃຈແກນກາງ ໄດ້ພັດທະນາຢ່າງມີຊີວິດຊີວາ ໂດຍໄດ້ກາຍເປັນກຳລັງໃຈທີ່ກະຕຸກຊຸກຍູ້ໃຫ້ທຸກເຊັ່ນຄົນກ້າວເດີນໄປຂ້າງໜ້າ.

ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວເນັ້ນໜັກວ່າ: ໃນຍຸກໃໝ່, ຍິ່ງຕ້ອງສືບທອດແລະເສີມຂະຫຍາຍຈິດໃຈລັດທິຮັກຊາດທີ່ຖືເອົາຊາຕາກຳຂອງປະເທດຊາດເປັນໜ້າທີ່ຂອງຕົນ, ຍິ່ງຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈນັກວິທະຍາສາດທີ່ຖືເອົາລັດທິຮັກຊາດເປັນທາດແທ້, ເພື່ອໃຫ້ຈິດໃຈປະດິດສ້າງໃໝ່ຕາມຫຼັກວິທະຍາສາດນຳພາການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່.