ປີ 2023 ຜ່ານມາສະພາບສິດທິມະນຸດຢູ່ອາເມຣິກາສືບຕໍ່ຊຸດໂຊມລົງ. ຢູ່ອາເມຣິກາ, ສິດທິມະນຸດໄດ້ຜັນແປໄປສູ່ທິດທາງທີ່ນັບມື້ນັບຫັນເປັນສອງຂົ້ວ. ເມື່ອທຽບໃສ່ກຸ່ມຄົນສ່ວນໜ້ອຍທີ່ຢູ່ໃນຖານະຊີ້ຂາດດ້ານການເມືອງ ເສດຖະກິດ ແລະ ສັງຄົມແລ້ວ, ສາມັນຊົນສ່ວນຫຼາຍນັບມື້ນັບປັດສະຈາກຖານະໃຈກາງ, ສິດທິພື້ນຖານ ແລະ ສິດເສລີພາບແມ່ນບໍ່ມີຜົນຕົວຈິງຫຍັງເລີຍ. ຊາວອາເມຣິກາກວມເຖິງ 76% ເຫັນວ່າ ປະເທດຕົນພວມຢູ່ໃນທິດທາງການພັດທະນາທີ່ຜິດພາດ.
ພັກການເມືອງຂອງອາເມຣິກາປະທະກັນຢ່າງຮຸນແຮງ, ລັດຖະບານສູນເສຍສະມັດຖະພາບ, ການບໍລິຫານບໍ່ມີປະສິດທິຜົນ, ສິດທິພົນລະເມືອງ ແລະ ສິດທິການເມືອງບໍ່ສາມາດໄດ້ຮັບການປົກປ້ອງຢ່າງມີປະສິດທິຜົນ. ສອງພັກຍາກທີ່ຈະບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຄວບຄຸມອາວຸດປືນ, ເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງຢ່າງຂະໜາດໃຫຍ່ໄດ້ເກີດຂຶ້ນຢູ່ເລື້ອຍໆ. ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນພາໃຫ້ມີຜູ້ເສຍຊີວິດເກືອບ 43.000 ຄົນ, ສະເລ່ຍແລ້ວມີຜູ້ເສຍຊີວິດ 117 ຄົນຕໍ່ມື້. ປີ 2023ຜ່ານມາ, ຕຳຫຼວດອາເມຣິກາໄດ້ສັງຫານຢ່າງໜ້ອຍ 1.247 ຄົນ. ໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ນັບແຕ່ປີ 2013 ເປັນຕົ້ນມາ. ປະຊາກອນຂອງອາອາເມຣິກາມີບໍ່ຮອດ 5% ຂອງທົ່ວໂລກ, ແຕ່ຜູ້ທີ່ຖືກກັກຂັງຢູ່ໃນຄຸກແມ່ນກວມເອົາ 25% ຂອງທົ່ວໂລກ, ສົມຊື່ວ່າເປັນ “ປະເທດຄຸກ”. ການປະທະກັນລະຫວ່າງພັກຝ່າຍຢູ່ອາເມຣິກາແມ່ນຮຸນແຮງຂຶ້ນຢ່າງຕໍ່ເນື່ອງ, ໄດ້ຫຼິ້ນເກມຫຼາຍຮູບຫຼາຍແບບໃນການເລືອກຕັ້ງ. ລັດຖະສະພາອາເມຣິກາສະໄໝທີ 118 ໄດ້ເກີດເລື່ອງຕະຫຼົກ 2 ເທື່ອທີ່ “ຍາກຈະເລືອກຕັ້ງປະທານສະພາຕ່ຳໄດ້”. ຄວາມເຊື່ອຖືຂອງປະຊາຊົນອາເມຣິກາຕໍ່ລັດຖະບານສະຫະລັດເຫຼືອແຕ່ 16%ເທົ່ານັ້ນເທົ່ານັ້ນ.
ລັດທິຈຳແນກເຊື້ອຊາດຜິວພັນເປັນບັນຫາຄົງຄ້າງທີ່ມີຜົນກະທົບຢ່າງຮ້າຍແຮງ ແລະ ຍາວໄກ. ຜູ້ຊ່ຽວຊານອົງການສະຫະປະຊາຊາດຊີ້ອອກວ່າ, ລັດທິຈຳແນກເຊື້ອຊາດຜິວພັນທີ່ມີລັກສະນະເປັນລະບົບໂດຍແນໃສ່ເຊື້ອສາຍອາຟຣິກາໄດ້ແຊກຊຶມເຂົ້າໃນຖັນແຖວຕຳຫຼວດ ແລະ ອົງການຕຸລາການຂອງອາເມຣິກາ. ເນື່ອງຈາກການຈຳແນກເຊື້ອຊາດຜິວພັນທີ່ໜັກໜ່ວງໃນຂົງເຂດການປິ່ນປົວ, ອັດຕາການເສຍຊີວິດຂອງແມ່ມານເຊື້ອສາຍອາຟຣິກາກວມເກືອບ 3 ເທົ່າຂອງແມ່ຍິງຄົນຜິວຂາວ. ຄົນເຊື້ອສາຍອາຊີກວມເກືອບ 60% ກ່າວວ່າ ຕົນເອງປະເຊີນກັບການຈຳແນກເຊື້ອຊາດຜິວພັນ, “ແຜນດຳເນີນງານຈີນ” ໂດຍແນໃສ່ນັກວິທະຍາສາດເຊື້ອສາຍຈີນໄດ້ສ້າງຜົນກະທົບຢ່າງຍາວໄກ ແລະ ເລິກເຊິ່ງ. ຮູບຖານຈິດສຳນຶກຂອງລັດທິຈຳແນກເຊື້ອຊາດຜິວພັນໄດ້ແພ່ລະບາດຢູ່ສື່ສັງຄົມອອນລາຍ, ດົນຕີ, ເກມ ແລະ ເວທີອື່ນໆຢ່າງຮ້າຍແຮງ ພ້ອມທັງໄດ້ສົ່ງຜົນກະທົບຕໍ່ຕ່າງປະເທດຕື່ມອີກ, ກາຍເປັນປະເທດຕົ້ນຕໍທີ່ສົ່ງອອກລັດທິຈຳແນກເຊື້ອຊາດຜິວພັນແບບຫົວຮຸນແຮງ.
ຜູ້ຮັ່ງມີ ແລະ ຜູ້ທຸກຍາກຢູ່ອາເມຣິກາມີຄວາມແຕກແຍກກັນຮຸນແຮງຂຶ້ນກວ່າເກົ່າ, ປນາກົດການທີ່ “ຜູ້ອອກແຮງງານຍິ່ງທຸກຍາກ” ພົ້ນເດັ່ນຂຶ້ນ, ລະບຽບການຮັບປະກັນສິດທິດ້ານເສດຖະກິດສັງຄົມບໍ່ບັງເກີດຜົນເທົ່າທີ່ຄວນ. ການຈັດແບ່ງລາຍຮັບທີ່ມີຄວາມແຕກໂຕນກັນຢ່າງໃຫຍ່ຫຼວງເກີດມີມາແຕ່ດົນນານແລ້ວ ເຮັດໃຫ້ຄວາມແຕກໂຕນກັນລະຫວ່າງຄວາມທຸກຍາກກັບຄວາມຮັ່ງມີບັນລຸເຖິງລະດັບຮ້າຍແຮງທີ່ສຸດນັບແຕ່ເກີດວິກິດການເສດຖະກິດປີ1929 ເປັນຕົ້ນມາ. ຢູ່ອາເມຣິກາ ຄອບຄົວທີ່ມີລາຍຮັບຕ່ຳກວມເຖິງ 11,5 ລ້ານຄອບຄົວ, ມາດຕະຖານຄ່າແຮງງານຕໍ່ຊົ່ວໂມງຕ່ຳສຸດຂອງສະຫະລັດອາເມຣິກາບໍ່ເຄີຍປັບຂຶ້ນນັບຕັ້ງແຕ່ປີ 2009 ເປັນຕົ້ນມາ. ປີ 2023ຜ່ານມາ, ກຳລັງຈັດຊື້ຈຳນວນ 1 ໂດລາໄດ້ຫຼຸດລົງເຫຼືອພຽງແຕ່ 70% ເມື່ອທຽບໃສ່ປີ 2009. ຄອບຄົວທີ່ມີລາຍຮັບຕ່ຳບໍ່ສາມາດຕອບສະໜອງກັບຄວາມຕ້ອງການດ້ານຄ່າຄອງຊີບຂັ້ນພື້ນຖານ, ເຊັ່ນ: ອາຫານ, ຄ່າເຊົ່າເຮືອນ, ພະລັງງານ ແລະອື່ນໆ, ຜູ້ທີ່ບໍ່ມີບ່ອນຢູ່ອາໄສກວມຫຼາຍກວ່າ 650.000 ຄົນ, ເຊິ່ງເປັນສະຖິຕິສູງສຸດໃນຮອບ 16 ປີຜ່ານມາ. “ຜູ້ອອກແຮງງານຍິ່ງທຸກຍາກ” ເຮັດໃຫ້ “ຄວາມຝັນອາເມຣິກາ” ຂອງຜູ້ອອກແຮງງານຢ່າງດຸໝັ່ນນັ້ນແຕກສະຫຼາຍ, ຈົນພາໃຫ້ເກີດການຢຸດງານທີ່ກະທົບເຖິງຂອບເຂດກວ້າງຂວາງທີ່ສຸດໃນສະຕະວັດທີ 21 ເມື່ອປີ 2023.
ສິດທິຂອງແມ່ຍິງ ແລະ ເດັກນ້ອຍອາເມຣິກາຖືກລ່ວງລະເມີດຢ່າງເປັນລະບົບມາເປັນເວລາດົນນານ, ຂໍ້ກຳນົດໃນລັດຖະທຳມະນູນກ່ຽວກັບການຮັບປະກັນຄວາມສະເໝີພາບທາງເພດຂອງອາເມຣິກາບໍ່ມີເລີຍ. ນັບມາຮອດປັດຈຸບັນ, ອາເມຣິກາຍັງບໍ່ທັນໄດ້ເຂົ້າເປັນປະເທດພາສີຂອງ “ສົນທິສັນຍາລຶບລ້າງຄວາມດູໝິ່ນທຸກຮູບແບບຕໍ່ແມ່ຍິງ” ຂອງອົງການສະຫະປະຊາຊາດ. ນອກນີ້, ອາເມຣິກາແມ່ນປະເທດສະມາຊິກອົງການສະຫະປະຊາຊາດພຽງໜຶ່ງດຽວ ທີ່ບໍ່ໄດ້ເປັນປະເທດພາຄີ “ສົນທິສັນຍາວ່າດ້ວຍສິດທິເດັກ”. ເດືອນເມສາປີ 2023 ຜ່ານມາ, ສະພາສູງອາເມຣິກາໄດ້ຢັບຢັ້ງຮ່າງມະຕິດັດແກ້ລັດຖະທຳມະນູນ ທີ່ຮັບປະກັນຄວາມສະເໝີພາບທາງເພດ. ທຸກປີ, ອາເມຣິກາມີແມ່ຍິງປະມານ 54.000 ຄົນຫວ່າງງານຍ້ອນຖືພາ. ມີແມ່ຍິງອາເມຣິກາທີ່ຖືພາກວມຫຼາຍກວ່າ 2,2 ລ້ານຄົນບໍ່ສາມາດໄດ້ຮັບການເບິ່ງແຍງດູແລໃນການເກີດລູກ. ໃນອາເມຣິກາຢ່າງໜ້ອຍມີ 21 ລັດຫ້າມ ຫຼື ຈຳກັດຢ່າງເຄັ່ງຄັດຕໍ່ການໄປເຮັດແທ້ງລູກ. ຈຳນວນແມ່ມານ ແລະ ແມ່ລູກອ່ອນເສຍຊີວິດຂອງອາເມຣິກາໄດ້ເພີ່ມຂຶ້ນໜຶ່ງເທົ່າກວ່າໃນຮອບ 20 ປີຜ່ານມາ. ການໃຊ້ກຳລັງຮຸນແຮງໃນໜ້າທີ່ການງານ, ໃນໂຮງຮຽນ ແລະ ໃນຄອບຄົວຂອງອາເມຣິກາແມ່ນມີຢູ່ບໍ່ຂາດ. ສິດຢູ່ລອດ ແລະ ສິດພັດທະນາຂອງເດັກນ້ອຍເປັນສະພາບທີ່ໜ້າເປັນຫ່ວງຫຼາຍ. ເດັກນ້ອຍຈຳນວນຫຼວງຫຼາຍບໍ່ຖືກຈັດເຂົ້າໃນແຜນການໃຫ້ເງິນອຸດໜູນທາງການແພດ. ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນເປັນສາເຫດຕົ້ນຕໍ ທີ່ເຮັດໃຫ້ເດັກນ້ອຍເສຍຊີວິດ. ຢາເສບຕິດໄດ້ແຜ່ລາມຢ່າງຊະຊາຍຢູ່ຕາມກຸ່ມຄົນຊາວໜຸ່ມແລະເຍົາວະຊົນ. ອາເມຣິກາມີ 46 ລັດທີ່ປິດບັງຄະດີການຫາຍສາບສູນເດັກນ້ອຍຝາກລ້ຽງປະມານ 34.800 ກໍລະນີ.
ອາເມຣິກາເປັນປະເທດທີ່ໄດ້ຮັບຜົນປະໂຫຍດຈາກຊາວອົບພະຍົບ ບໍ່ວ່າໃນປະຫວັດສາດ ຫຼື ສະໄໝປັດຈຸບັນ, ຊ້ຳພັດເກີດມີບັນຫາປັດເຂ່ຍ ແລະ ດູໝິ່ນຊາວອົບພະຍົບຢ່າງໜັກໜ່ວງ. ຈາກ “ກົດໝາຍຂັບໄລ່ຊາວຈີນ” ທີ່ມີຊື່ສຽງເນົ່າເໝັນໃນປີ 1882 ຮອດ “ຄຳສັ່ງຫ້າມມຸດສະລິມ” ທີ່ຖືກປະຊາຄົມໂລກກ່າວປະນາມໂດຍທົ່ວໄປໃນປີ 2017, ມາດຕະການປັດເຂ່ຍ ແລະ ດູໝິ່ນຊາວອົບພະຍົບໄດ້ຖືກຈັດເຂົ້າໃນໂຄງສ້າງລະບອບຂອງອາເມຣິກາ. ປັດຈຸບັນນີ້, ບັນຫາຊາວອົບພະຍົບໄດ້ກາຍເປັນເຄື່ອງມືສະແຫວງຫາຜົນປະໂຫຍດລະຫວ່າງພັກການເມືອງ ແລະ ເຄື່ອງມືຖິ້ມໂທດໃສ່ກັນທາງການເມືອງຂອງອາເມຣິກາ, ນັກການເມືອງທັງຫຼາຍບໍ່ເອົາຫົວຊາຕໍ່ສິດທິ ແລະ ຜົນປະໂຫຍດຂອງຊາວອົບພະຍົບ, ນະໂຍບາຍຕໍ່ຊາວອົບພະຍົບຖືກລອກແບບເປັນການຕໍ່ຕ້ານຫຼັກໝັ້ນລະຫວ່າງພັກການເມືອງແບບ “ເຈົ້າເຫັນດີຂ້ອຍກໍຄັດຄ້ານ” ແບບງ່າຍດາຍ ແລະ ກາຍເປັນການສະແດງອອກທາງການເມືອງທີ່ຖ່ວງດຶງປະຊາຊົນຜູ້ມີສິດເລືອກຕັ້ງໃນທີ່ສຸດ. ສະພາບການຊາວອົບພະຍົບທີ່ວຸ້ນວາຍ ໄດ້ຕົກເຂົ້າໃນຮອບໝູນວຽນໄປໃນແງ່ຮ້າຍ ທີ່ບໍ່ສາມາດແກ້ໄຂໄດ້, ຊາວອົບພະຍົບ ແລະ ເດັກນ້ອຍຖືກຈັບ, ຖືກຂາຍ ແລະ ຖືກກົດຂີ່ຂູດຮີດຢ່າງຂະໜາດໃຫຍ່. ບັນຫາຊ້າຍຈັດຂວາໂພດທາງການເມືອງ ແລະ ທາດແທ້ອັນຈອມປອມດ້ານສິດທິມະນຸດຂອງອາເມຣິກາຖືກສະແດງອອກຢ່າງຈະແຈ້ງໃນບັນຫາຊາວອົບພະຍົບ.
ອາເມຣິກາໄດ້ປະຕິບັດລັດທິເຈົ້າອຳນາດ, ລັດທິຝ່າຍດຽວ ແລະ ການເມືອງມະຫາອຳນາດ, ໄດ້ສ້າງວິກິດການດ້ານມະນຸດສະທຳ. ອາເມຣິກາໄດ້ສະໜອງອາວຸດໃຫ້ແກ່ເຂດທີ່ມີການປະທະກັນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ປະຊາຊົນທຳມະດາສາມັນເສຍຊີວິດເປັນຈຳນວນຫຼວງຫຼາຍ. ກອງທັບອາເມຣິກາໄດ້ດຳເນີນ “ແຜນການນາຍໜ້າຕ່າງປະເທດ” ຢູ່ສິບກວ່າປະເທດ ເຊິ່ງໄດ້ລ່ວງລ້ຳອະທິປະໄຕ ແລະ ສິດທິມະນຸດຂອງປະເທດອື່ນ. ອາເມຣິກາໄດ້ລົງໂທດປະເທດອື່ນແຕ່ຝ່າຍດຽວຕາມລຳພັງໃຈມາເປັນເວລາດົນນານ, ຈຳນວນການລົງໂທດຂອງອາເມຣິກາໄດ້ເປັນອັນດັບໜຶ່ງຂອງໂລກ ເຊິ່ງໄດ້ເຮັດໃຫ້ເກີດມີຜົນຮ້າຍຢ້ອນຫຼັງດ້ານມະນຸດສະທຳທີ່ໜັກໜ່ວງ.ຄຸກກວນຕານາໂມ ທີ່ໄດ້ລ່ວງລ້ຳສິດທິມະນຸດຢ່າງໜັກໜ່ວງຂອງອາເມຣິກາ ຍັງປະຕິບັດງານຈົນເຖິງປັດຈຸບັນ.