ປະທານາທິບໍດີຝຣັ່ງຢ້ຽມຢາມເຢຍລະມັນເປັນຄັ້ງທຳອິດໃນຮອບ 24 ປີ

2024-05-29 14:47:14 cri

ວັນທີ 28 ພຶດສະພານີ້, ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ຢ້ຽມຢາມເຢຍລະມັນເປັນຄັ້ງທຳອິດໃນຮອບ 24 ປີ ໂດຍໄດ້ພົບປະກັບທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນ ຢູ່ນະຄອນຫຼວງແບັກແລັງຂອງເຢຍລະມັນ. ສອງປະເທດຍັງໄດ້ຈັດການເຈລະຈາລະດັບລັດຖະມົນຕີ ໂດຍໄດ້ເປິກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການຊຸກຍູ້ການເຕີບໂຕຂອງເສດຖະກິດສະຫະພາບເອີຣົບ, ການຍົກສູງຄວາມສາມາດດ້ານການແຂ່ງຂັນ, ການເພີ່ມກຳລັງການທະຫານ, ການຮັກສາຄວາມໝັ້ນຄົງ ແລະອື່ນໆ.

ໃນໄລຍະຢ້ຽມຢາມດັ່ງກ່າວ, ຝຣັ່ງ ແລະ ເຢຍລະມັນໄດ້ເຊັນສັນຍາຫຼາຍສະບັບ ເພື່ອເປີດກວ້າງການຮ່ວມມືຂອງສອງປະເທດໃນຂົງເຂດເຕັກໂນໂລຊີ.

ທ່ານເອັມມານູເອວ ມາຄຣົງໄດ້ຮຽກຮ້ອງໃຫ້ສະຫະພາບເອີຣົບຫຼຸດຂັ້ນຕອນການເຮັດວຽກ, ເລັ່ງການເຄື່ອນໄຫວ ແລະ ເພີ່ມການລົງທຶນ, ສ້າງກຳລັງປະກອບອາວຸດຮ່ວມໃນດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ. ສ່ວນໃນດ້ານການຮັບມືກັບວິກິດການດ້ານດິນຟ້າອາກາດ, ພັດທະນາເຕັກໂນໂລຊີລ້ຳຍຸກ ແລະ ປັນຍາປະດິດ, ບັນດາປະເທດເອີຣົບຄວນຮ່ວມມືກັນທຳຄວາມພະຍາຍາມ, ແຕ່ຫາກບໍ່ແມ່ນເຄື່ອນໄຫວແບບພໍໃຜພໍລາວ.