ທ່ານສີຈິ້ນຜິງກ່າວເນັ້ນໜັກໃນການຮ່ຳຮຽນລວມໝູ່ຄັ້ງທີ 14 ຂອງກົມການເມືອງສູນກາງພັກຄອມມູນິດຈີນວ່າ ຕ້ອງຊຸກຍູ້ການປະກອບອາຊີບຢ່າງເຕັມສ່ວນດ້ວຍຄຸນນະພາບສູງ

2024-05-29 13:38:05 CRI

ຫວ່າງບໍ່ດົນມານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮ່ຳຮຽນລວມໝູ່ຄັ້ງທີ 14 ກ່ຽວກັບການປະກອບອາຊີບຢ່າງເຕັມສ່ວນດ້ວຍຄຸນນະພາບສູງ.

 

ໃນເວລາເປັນປະທານການຮ່ຳຮຽນລວມໝູ່, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່າວເນັ້ນວ່າ, ການຊຸກຍູ້ການປະກອບອາຊີບຢ່າງເຕັມສ່ວນດ້ວຍຄຸນນະພາບສູງ, ເປັນທີ່ຕັ້ງໃໝ່ ແລະ ພາລະກຳໃໝ່ຂອງວຽກງານການປະກອບອາຊີບໃນຍຸກໃໝ່ ແລະ ຂະບວນການໃໝ່. ຕ້ອງຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຈັດຕັ້ງປະຕິບັດຕາມທິດທາງທີ່ຜູ້ອອກແຮງງານປະກອບອາຊີບຢ່າງເປັນເຈົ້າຕົນເອງ, ຕະຫຼາດປັບປຸງການປະກອບອາຊີບ, ລັດຖະບານຊຸກຍູ້ການປະກອບອາຊີບ ແລະ ສົ່ງເສີມການສ້າງທຸລະກິດນັ້ນຢ່າງຮອບດ້ານ, ສືບຕໍ່ຊຸກຍູ້ການຍົກສູງຄຸນນະພາບຂອງການປະກອບອາຊີບຢ່າງມີປະສິດທິຜົນ ແລະ ປະລິມານການປະກອບອາຊີບເພີ່ມຂຶ້ນຢ່າງສົມເຫດສົມຜົນ, ເພີ່ມທະວີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ ຄວາມຮູ້ສຶກມີຄວາມສຸກ ແລະ ຄວາມຮູ້ສຶກປອດໄພຂອງຜູ້ອອກແຮງງານອັນມະຫາສານ, ສະໜອງສິ່ງຄ້ຳປະກັນທີ່ແຂງແຮງໃຫ້ແກ່ການຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ.