ທ່ານສີຈິ້ນຜິງພົບປະກັບຜູ້ແທນກອງປະຊຸມວຽກງານປ້ອງກັນຄວາມສະຫງົບທົ່ວປະເທດຈີນ

2024-05-30 10:15:14 CRI


    ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ພົບປະກັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມວຽກງານປ້ອງກັນຄວາມສະຫງົບທົ່ວປະເທດຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ເຂົາເຈົ້າ, ພ້ອມທັງສົ່ງເສີມໃຫ້ຕຳຫຼວດ ແລະ ຜູ້ຊ່ວຍວຽກຕຳຫຼວດອັນມະຫາສານໃນທົ່ວປະເທດບຸກບືນສູ້ຊົນຊຸກຍູ້ໃຫ້ວຽກງານປ້ອງກັນຄວາມສະຫງົບຫັນເປັນທັນສະໄໝ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ.