ທ່ານສີຈິ້ນຜິງເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ

2024-05-30 14:55:31 CRI

 

ຕອນເຊົ້າວັນທີ 30 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ພ້ອມທັງກ່າວຄຳປາໄສພິເສດພາຍໃຕ້ຫົວຂໍ້ກອງປະຊຸມ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຈີນຍິນດີຮ່ວມກັບປະເທດອາຣັບຊ່ວຍເຫຼືອເຊິ່ງກັນແລະກັນ, ສະເໝີພາບ ແລະຕ່າງຝ່າຍໄດ້ຮັບຜົນປະໂຫຍດ, ກວມລວມ ແລະ ຖອດຖອນບົດຮຽນນຳກັນ, ປະສານງານກັນຢ່າງໃກ້ຊິດ, ສ້າງສາຍພົວພັນຈີນ-ປະເທດອາຣັບໃຫ້ເປັນແບບຢ່າງດ້ານການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ແບບຢ່າງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ແບບຢ່າງທີ່ອະລິຍະທຳຕ່າງໆພັດທະນາຮ່ວມກັນຢ່າງກົມກຽວ, ແລະ ແບບຢ່າງທີ່ຊອກຫາຊ່ອງທາງອັນຖືກຕ້ອງແຫ່ງການບໍລິຫານໂລກ.

 

ທ່ານສີຈິ້ນຜິງຍັງໄດ້ປະກາດວ່າ, ຈີນຈະຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທີ 2 ຢູ່ຈີນໃນປີ 2026, ຈີນຍິນດີຮ່ວມກັບປະເທດອາຣັບສົ່ງເສີມຈິດໃຈມິດຕະພາບຈີນ-ປະເທດອາຣັບ, ສ້າງ “5 ໂຄງສ້າງການຮ່ວມມື”, ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ປະເທດອາຣັບເລັ່ງລັດໄວຂຶ້ນ. ຄື: ໂຄງສ້າງການຂັບເຄື່ອນດ້ວຍການປະດິດສ້າງໃໝ່ທີ່ມີພະລັງຊີວິດຫຼາຍກວ່າເກົ່າ; ສອງ, ໂຄງສ້າງການລົງທຶນ ແລະ ການທະນາຄານທີ່ມີຂະໜາດໃຫຍ່ກວ່າເກົ່າ; ສາມ, ໂຄງສ້າງການຮ່ວມມືດ້ານພະລັງງານທີ່ສົມບູນກວ່າເກົ່າ; ສີ່, ໂຄງສ້າງເສດຖະກິດການຄ້າແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ດຸນດ່ຽງກວ່າເກົ່າ; ຫ້າ, ໂຄງສ້າງການແລກປ່ຽນວັດທະນະທຳທີ່ກວ້າງຂວາງກວ່າເກົ່າ.