ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນກ່ຽວກັບການສ້າງ “ທາງຫຼວງຊົນນະບົດ 4 ດີ” ໃຫ້ດີຕື່ມອີກ

2024-05-30 10:47:45 cri

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນຳສຳຄັນກ່ຽວກັບການສ້າງ “ທາງຫຼວງຊົນນະບົດ 4 ດີ” ໃຫ້ດີຕື່ມອີກ ໂດຍຊີ້ອອກວ່າ: ໃນຫຼາຍປີຜ່ານມານີ້, ກະຊວງຄົມມະນາຄົມຈີນ, ພາກສ່ວນອື່ນໆທີ່ກ່ຽວຂ້ອງ ພ້ອມດ້ວຍທ້ອງຖິ່ນຕ່າງໆຂອງຈີນໄດ້ຈັດຕັ້ງປະຕິບັດນະໂຍບາຍ ແລະ ການຈັດວາງຂອງສູນກາງພັກ, ຜ່ານຜ່າຄວາມຫຍຸ້ງຍາກຢ່າງບໍ່ລົດລະ, ການສ້າງ “ທາງຫຼວງຊົນນະບົດ 4 ດີ” ໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ, ຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ, ຄວາມຮູ້ສຶກມີຄວາມສຸກ ແລະ ຄວາມຮູ້ສຶກມີຄວາມປອດໄພຂອງປະຊາຊົນຢູ່ຊົນນະບົດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ທາງຫຼວງຊົນນະບົດໄດ້ກາຍເປັນເສັ້ນທາງແຫ່ງຄວາມຮັ່ງມີ, ເສັ້ນທາງແຫ່ງຄວາມສຸກ, ເສັ້ນທາງເຊື່ອມສານຈິດໃຈ ແລະ ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງສຳລັບປະຊາຊົນ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ໃນຍຸກໃໝ່ ແລະ ການອອກເດີນທາງຄັ້ງໃໝ່, ຕ້ອງສືບຕໍ່ທຳຄວາມພະຍາຍາມຢ່າງບໍ່ລົດລະ, ປັບປຸງນະໂຍບາຍ ແລະ ກົດໝາຍໃຫ້ດີຂຶ້ນຕື່ມອີກ, ຍົກສູງຄວາມສາມາດດ້ານການບໍລິຫານ, ດຳນເນີນການຍົກລະດັບທາງຫຼວງຊົນນະບົດຮອບໃໝ່ໃຫ້ດີ, ສືບຕໍ່ຊຸກຍູ້ “ທາງຫຼວງຊົນນະບົດ 4 ດີ” ໃຫ້ພັດທະນາດ້ວຍຄຸນນະພາບສູງ.