ເວທີເປິກສາຫາລືການພັດທະນາສິດທິມະນຸດຈີນ-ອາຊີກາງ 2024 ຈັດຂຶ້ນຢູ່ກາຊັກສະຖານ

2024-05-30 10:18:09 CRI

ລະຫວ່າງວັນທີ 28-29 ພຶດສະພານີ້, ກອງປະຊຸມເວທີເປິກສາຫາລືການພັດທະນາສິດທິມະນຸດຈີນ-ອາຊີກາງ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງອາສະຕະນາຂອງກາຊັກສະຖານ. ເວທີເປິກສາຫາລືຄັ້ງນີ້ແມ່ນກອງທຶນພັດທະນາສິດທິມະນຸດຈີນເປັນເຈົ້າພາບ ໂດຍມີຫົວຂໍ້ວ່າ: ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊີກາງ: ວິໄສທັດໃໝ່ຂອງການພັດທະນາສິດທິມະນຸດ”. ເຈົ້າໜ້າທີ່, ຜູ້ຮັບຜິດຊອບອົງການຄົ້ນຄວ້າ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການ ໃນຂົງເຂດສິດທິມະນຸດຮ້ອຍກວ່າທ່ານ ທີ່ມາຈາກຈີນ ແລະ ປະເທດອາຊີກາງໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.


ທ່ານໂຈເຟິ່ງ ຮອງຫົວໜ້າ ທັງເປັນເລຂາທິການໃຫຍ່ກອງທຶນພັດທະນາສິດທິມະນຸດຈີນ ໄດ້ເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສວ່າ: ຈີນ ແລະ ປະເທດອາຊີກາງຕ່າງກໍເປັນປະເທດພວມພັດທະນາ ທັງເປັນສະມາຊິກຂອງ “ພາກໃຕ້ຂອງໂລກ”(Global South), ຕ່າງກໍມີພາລະໜ້າທີ່ຮ່ວມກັນໃນການພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ມີທັດສະນະ ແລະ ຈຸດຢືນຫຼາຍຂໍ້ທີ່ຄືກັນ ຫຼື ຄ້າຍຄືກັນໃນບັນຫາສິດທິມະນຸດ. ປັດຈຸບັນ, ຈີນ ແລະ ປະເທດອາຊີກາງຕ່າງກໍຍຶດຖືທັດສະນະການສ້າງປະຊາຄົມຮ່ວມຊາຕາກຳ ໃນການພັດທະນາສິດທິມະນຸດ, ສຸມໃສ່ການເພີ່ມທະວີຄວາມເປັນຕົວແທນ ແລະ ສິດປະກອບຄຳເຫັນຂອງປະເທດພວມພັດທະນາໃນລະບົບສິດທິມະນຸດສາກົນ, ຊຸກຍູ້ໃຫ້ການບໍລິຫານດ້ານສິດທິມະນຸດຂອງໂລກພັດທະນາໄປສູ່ທິດທາງທີ່ຍຸຕິທຳ, ເປັນທຳ, ສົມເຫດສົມຜົນ ແລະ ກວມລວມຫຼາຍກວ່າເກົ່າ.