ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເອຢິບ

2024-05-30 10:01:05 cri

ຕອນບ່າຍວັນທີ 29 ພຶດສະພານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານອັບເດວ ຟາດຕາ ອານ-ຊີຊີ ປະທານາທິບໍດີເອຢິບ ທີ່ເດີນທາງມາເຂົ້າຮ່ວມພິທີໄຂກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ ແລະ ຢ້ຽມຢາມຈີນທາງລັດຖະກິດ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນພວມຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຢ່າງຮອບດ້ານ, ການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ-ເອຢິບພົບກັບກາລະໂອກາດປະຫວັດສາດ. ສອງຝ່າຍຄວນສືບຕໍ່ຍຶດໝັ້ນສະໜັບສະໜູນເຊິ່ງກັນແລະກັນ, ຊຸກຍູ້ການພັດທະນາຮ່ວມກັນ. ຈີນຍິນດີຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືໃນຂົງເຂດດັ້ງເດີມ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ອຸດສາຫະກຳ, ພະລັງງານໄຟຟ້າ ແລະ ກະສິກຳ ກັບເອຢິບ, ເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່ຕ່າງໆ ເຊັ່ນ: ການແພດແລະສາທາລະສະສຸກ, ຂໍ້ມູນຂ່າວສານແລະໂທລະຄົມ, ພະລັງງານໝູນວຽນ ແລະອື່ນໆ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນ, ສົ່ງເສີມໃຫ້ວິສາຫະກິດຈີນໄປລົງທຶນຢູ່ເອຢິບຫຼາຍກວ່າເກົ່າ. ຈີນກໍຍິນດີຮ່ວມກັບບັນດາປະເທດສະມາຊິກກອງປະຊຸມເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາ ເຊິ່ງລວມທັງເອຢິບ, ເສີມຂະຫຍາຍຈິດໃຈຮ່ວມມືຖານໄມຕີຈິດມິດຕະພາບລະຫວ່າງຈີນ-ອາຟຣິກາ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ອາຟຣິກາທີ່ມີລະດັບສູງ.


ທ່ານອັບເດວ ຟາດຕາ ອານ-ຊີຊີກ່າວວ່າ: ເອຢິບຄອງຄອຍລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຈີນຕື່ມອີກ, ພະຍາຍາມຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ເອຢິບຍຶດໝັ້ນຫຼັກການປະເທດຈີນດຽວ, ຍຶດໝັ້ນສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາຜົນປະໂຫຍດແກນກາງຕ່າງໆ ເຊັ່ນ: ບັນຫາທີ່ພົວພັນເຖິງໄຕ້ຫວັນ, ຮົງກົງ, ຕິເບດ ແລະ ສິດທິມະນຸດ, ຍຶດໝັ້ນສະໜັບສະໜູນຈີນບັນລຸການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ. ເອຢິບສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມທົ່ວໂລກຕ່າງໆ ທີ່ສະເໜີໂດຍທ່ານສີຈິ້ນຜິງ, ຍິນດີຮັດແໜ້ນການປະສານງານຫຼາຍຝ່າຍກັບຈີນ, ປະກອບສ່ວນຢ່າງຕັ້ງໜ້າ ເພື່ອພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງໂລກ.