ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມ ສປປ ລາວ

2024-05-30 10:12:44 cri

ໂດຍຕອບສະໜອງຕາມຄຳເຊີນຂອງສະພາແຫ່ງຊາດລາວ, ທ່ານສົວເຄີລາຍທີ ຈາເຄີນ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ນຳພາຄະນະຜູ້ແທນເດີນທາງໄປຢ້ຽມຢາມ ສປປ ລາວ ໂດຍໄດ້ເຂົ້າຢ້ຽມຄຳນັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະ ໄດ້ພົບປະກັບທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ.


ທ່ານສົວເຄີລາຍທີ ຈາເຄີນກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດຂອງທ່ານສີຈິ້ນຜິງ ແລະ ທ່ານທອງລຸນ ສີສຸລິດ, ການຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໄດ້ຮັບໝາກຜົນຢ່າງຫຼວງຫຼາຍ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ກ້າວລົງສູ່ລວງເລິກ ເຊິ່ງໄດ້ຊຸກຍູ້ການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຂອງສອງປະເທດຢ່າງແຂງແຮງ. ສະພາປະຊາຊົນແຫ່ງຊາດຈີນຍິນດີເພີ່ມທະວີການແລກປ່ຽນນະໂຍບາຍ ແລະ ບົດຮຽນການປົກຄອງປະເທດ ແລະ ການບໍລິຫານລັດ ເພື່ອຮັບໃຊ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ດີກວ່າເກົ່າ.


ຝ່າຍລາວຕີລາຄາສູງຕໍ່ຜົນສຳເລັດດ້ານການພັດທະນາຂອງຈີນ ແລະ ການພົວພັນມິດຕະພາບລາວ-ຈີນ ໂດຍໄດ້ກ່າວຢ້ຳວ່າ: ຈະຍຶດໝັ້ນຫຼັກການປະເທດຈີນດຽວ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ການພັດທະນາເສດຖະກິດສັງຄົມຂອງລາວມາເປັນເວລາດົນນານ ພ້ອມທັງຍິນດີຮ່ວມກັບຈີນ ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງການນຳຂັ້ນສູງສຸດຂອງສອງພັກແລະສອງລັດ ເພື່ອຊຸກຍູ້ໃຫ້ຄູ່ຮ່ວມຊາຕາກຳລາວ-ຈີນບັນລຸການພັດທະນາໃໝ່ໃຫຍ່ຫຼວງກວ່ເກົ່າ.