ອັນທີ່ເອີ້ນວ່າ “ສິດທິມະນຸດແບບອາເມຣິກາ” ເປັນພຽງແຕ່ສິດທິພິເສດ ແລະ ສິດມະຫາອຳນາດເທົ່ານັ້ນ

2024-05-30 10:44:26 cri

ວັນທີ 29 ພຶດສະພານີ້, ຈີນໄດ້ເປີດເຜີຍ “ບົດລາຍງານກ່ຽວກັບສະພາບການທີ່ອາເມຣິກາລະເມີດສິດທິມະນຸດໃນປີ 2023” ໂດຍໄດ້ນຳໃຊ້ຕົວເລກຂໍ້ມູນຢ່າງຫຼວງຫຼາຍ ແລະ ຕົວຢ່າງໃຫ້ເຫັນຢ່າງມີຊີວິດຊີວາ ເພື່ອເຜີຍແບຕໍ່ໂລກກ່ຽວກັບຄວາມເປັນຈິງຂອງອາເມຣິກາໃນດ້ານການລະເມີດສິດທິມະນຸດ.

ບົດລາຍງານດັ່ງກ່າວລະບຸວ່າ: ນັກການເມືອງອາເມຣິກາສົນໃຈແຕ່ເງິນຄຳ ແລະ ຜົນປະໂຫຍດສ່ວນຕົວດ້ານການເມືອງ, ຍາກທີ່ຈະບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຄວບຄຸມອາວຸດປືນ, ໃນທີ່ສຸດກໍເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍເສຍຊີວິດ. ໃນຂະນະດຽວກັນ, ເມື່ອທຽບໃສ່ກຸ່ມຄົນສ່ວນໜ້ອຍທີ່ຄອງຖານະຊີ້ຂາດໃນດ້ານການເມືອງ, ເສດຖະກິດ ແລະສັງຄົມນັ້ນ, ປະຊາຊົນສ່ວນໃຫຍ່ຂອງອາເມຣິກາໄດ້ຖືກຈຳແນກ, ສິດພື້ນຖານ ແລະ ຄວາມເສລີກໍຖືກໝິ່ນປະໝາດ, “ສິດທິມະນຸດແບບອາເມຣິກາ” ໄດ້ຜັນແປຈົນກາຍເປັນ “ສິດທິພິເສດແບບອາເມຣິກາ” ໄປແລ້ວ. ຍິ່ງໄປກວ່ານັ້ນ, ຄວາມແຕກໂຕນກັນລະຫວ່າງຄວາມທຸກຍາກກັບຄວາມຮັ່ງມີຢູ່ອາເມຣິກາໄດ້ບັນລຸເຖິງລະດັບຮ້າຍແຮງທີ່ສຸດນັບແຕ່ເກີດວິກິດການເສດຖະກິດເມື່ອປີ 1929 ເປັນຕົ້ນມາ.

ຖ້າສັງເກດຈາກລະດັບທີ່ເລິກເຊິ່ງກວ່ານີ້ແລ້ວ, ສາເຫດທີ່ເຮັດໃຫ້ຄວາມໝັ້ນໃຈຂອງປະຊາຊົນອາເມຣິກາຫຼຸດຕ່ຳລົງ ແມ່ນຍ້ອນລະບົບການເມືອງແບບເງິນຕາ ແລະ ການຕໍ່ສູ້ກັນຢ່າງໂຫດຮ້າຍລະຫວ່າງພັກການເມືອງທີ່ມີມາແຕ່ດົນນານ. ນອກນີ້, ການຫັນເປັນຂົ້ວດ້ານການເມືອງທີ່ນັບມື້ນັບຮ້າຍແຮງຂຶ້ນ ໄດ້ເພີ່ມຄວາມແຕກແຍກຂອງສັງຄົມອາເມຣິກາ ແລະ ສ້າງຜົນກະທົບຕໍ່ຄວາມໝັ້ນໃຈຂອງປະຊາຊົນອາເມຣິກາຕື່ມອີກ.

ອາເມຣິກາປະຕິບັດສິດທິພິເສດຢູ່ພາຍໃນປະເທດຕົນ ແລະ ປະຕິບັດສິດມະຫາອຳນາດຕໍ່ຕ່າງປະເທດ. ອັນທີ່ເອີ້ນວ່າ “ສິດທິມະນຸດແບບອາເມຣິກາ” ເປັນພຽງແຕ່ສິດທິພິເສດສຳລັບຄົນສ່ວນໜ້ອຍຢູ່ພາຍໃນປະເທດອາເມຣິກາເທົ່ານັ້ນ ທັງເປັນສິດມະຫາອຳນາດທີ່ຕັ້ງໃຈປະຕິບັດໃສ່ຕ່າງປະເທດຕາມລຳພັງໃຈ.