ຈີນເຜີຍແຜ່ “ແຜນການດຳເນີນງານປະຢັດພະລັງງານແລະຫຼຸດການປ່ອຍກາກບອນປະຈຳສົກ 2024-2025”

2024-05-30 10:07:52 cri

ຫວ່າງມໍ່ໆມານີ້, ຄະນະລັດຖະບານຈີນໄດ້ເຜີຍແຜ່ “ແຜນການດຳເນີນງານປະຢັດພະລັງງານແລະຫຼຸດການປ່ອຍກາກບອນປະຈຳສົກ 2024-2025” ໂດຍໄດ້ເນັ້ນເຖິງທິດທາງບຸລິມະສິດໃນການຍຶດໝັ້ນການປະຢັດພະລັງງານຢ່າງສະເໝີຕົ້ນສະເໝີປາຍ, ປັບປຸງການຄວບຄຸມຍອດປະລິມານ ແລະ ຄວາມແຮງຂອງການສິ້ນເປືອງພະລັງງານ, ເນັ້ນໃສ່ຄວບຄຸມການບໍລິໂພກພະລັງງານຟອດຊິວ, ເພີ່ມທະວີການຄຸ້ມຄອງຄວາມາແຮງດ້ານການປ່ອຍກາກບອນ, ປະຕິບັດການເຄື່ອນໄຫວສະເພາະກິດໃນການປະຢັດພະລັງງານແລະຫຼຸດການປ່ອຍກາກບອນຕາມຂົງເຂດ ຫຼື ຂະແໜງການ, ເຮັດວຽກງານປະຢັດພະລັງງານແລະຫຼຸດການປ່ອຍກາກບອນໃຫ້ດີຢ່າງມີລະດັບສູງກວ່າເກົ່າແລະດ້ວຍຄຸນນະພາບສູງກວ່າເກົ່າ, ເສີມຂະຫຍາຍປະສິດທິພາບດ້ານເສດຖະກິດ, ສັງຄົມ ແລະ ລະບົບນິເວດຂອງການປະຢັດພະລັງງານແລະຫຼຸດການປ່ອຍກາກບອນໃຫ້ໄດ້ດີກວ່າເກົ່າ.


ແຜນດຳເນີນງານສະເໜີອອກວ່າ: ປີ 2024, ການສິ້ນເປືອງພະລັງງານ ແລະ ການປ່ອຍກາກບອນດິອັອກຊິດຕໍ່ຫົວໜ່ວຍລວມຍອດຜະລິດຕະພັນພາຍໃນ ຫຼື GDP ຕ່າງຈະຫຼຸດລົງ 2,5% ແລະ 3,9% ຕາມລຳດັບ, ອັດຕາການບໍລິໂພກພະລັງງານທີ່ບໍ່ແມ່ນປະເພດຟອດຊິວໃຫ້ໄດ້ກວມປະມານ 18,9%. ປີ 2025, ອັດຕາການບໍລິໂພກພະລັງງານທີ່ບໍ່ແມ່ນປະເພດຟອດຊິວໃຫ້ບັນລຸເຖິງປະມານ 20%, ການດັດສ້າງເພື່ອປະຢັດພະລັງງານແລະຫຼຸດການປ່ອຍກາກບອນໃນຂົງເຂດຈຸດສຸມແລະຂະແໜງການຈຸດສຸມສາມາດປະຢັດຖ່ານຫີນມາດຕະຖານໄດ້ປະມານ 50 ລ້ານໂຕນ ແລະ ຫຼຸດການປ່ອຍກາກບອນດິອັອກຊິດປະມານ 130 ລ້ານໂຕນ.