ຈີນສະໜອງຜະລິດຕະພັນສີຂຽວ ແລະ ກາກບອນຕ່ຳຫຼາຍກວ່າເກົ່າໃຫ້ແກ່ທົ່ວໂລກ

2024-05-30 14:19:34 CRI


ວັນທີ 29 ພຶດສະພານີ້, ສະພາບັນດິດວິທະຍາສາດຈີນໄດ້ເຜີຍແຜ່ “ບົດລາຍງານຜົນການຄົ້ນຄວ້າການປ່ອຍກາກບອນໃນສົ້ນການບໍລິໂພກ(2024)”, ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ປີ 1990-2019, ສວນກາກບອນທີ່ບົ່ມຊ້ອນດ້ານການສົ່ງອອກຂອງຈີນໄດ້ຫຼຸດລົງ 83,3%, ເຊິ່ງເປັນການສະໜອງຜະລິດຕະພັນສີຂຽວ ແລະ ກາກບອນຕ່ຳຫຼາຍກວ່າເກົ່າໃຫ້ແກ່ທົ່ວໂລກ. ປັດຈຸບັນນີ້, ການປ່ອຍກາກບອນໃນສົ້ນການບໍລິໂພກຂອງປະເທດທີ່ພັດທະນາແລ້ວ ແລະ ປະເທດພວມພັດທະນາມີຄວາມແຕກໂຕນກັນຢ່າງພົ້ນເດັ່ນ, ຜູ້ຊ່ຽວຊານຮຽກຮ້ອງໃຫ້ປະສານສົມທົບລະຫວ່າງສົ້ນການຜະລິດ ແລະ ສົ້ນການບໍລິໂພກ, ສ້າງລະບົບຄິດໄລ່ທີ່ຖືກຕ້ອງຕາມຫຼັກວິທະຍາສາດ ແລະ ສົມເຫດສົມຜົນກວ່າເກົ່າ, ຈັດແບ່ງຄວາມຮັບຜິດຊອບແຫ່ງການຫຼຸດຜ່ອນການປ່ອຍກາກບອນຂອງປະເທດຕ່າງໆຢູ່ໃນໂລກຢ່າງຖືກຕ້ອງຕາມຫຼັກວິທະຍາສາດ ແລະ ຍຸຕິທຳກວ່າເກົ່າ.


ບົດລາຍງານຍັງໄດ້ລວມສູນສະແດງໃຫ້ເຫັນຜົນການຄົ້ນຄວ້າຫຼ້າສຸດກ່ຽວກັບການປ່ອຍກາກບອນຂອງທົ່ວໂລກໃນແງ່ມູມສົ້ນການບໍລິໂພກ, ໄດ້ວິເຄາະຈຸດພິເສດຂອງການຜັນແປໃນການປ່ອຍກາກບອນຂອງປະເທດທີ່ພັດທະນາແລ້ວ ແລະ ປະເທດພວມພັດທະນາທີ່ສຳຄັນຢູ່ໃນໂລກລະຫວ່າງປີ 1990-2019. ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ປີ1990-2019, ການປ່ອຍກາກບອນໃນສົ້ນການບໍລິໂພກຂອງປະເທດທີ່ພັດທະນາແລ້ວທີ່ສຳຄັນແມ່ນສູງກວ່າການປ່ອຍກາກບອນໃນສົ້ນການຜະລິດໂດຍທົ່ວໄປ.