ຖືເອົາວຽກງານເດັກນ້ອຍເປັນສໍາຄັນ-ທ່ານສີຈິ້ນຜິງເອົາໃຈໃສ່ການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນ

2024-05-31 09:40:54 CRI

 

   ເດັກນ້ອຍເຍົາວະຊົນເປັນຜູ້ສືບທອດພາລະກິດການສ້າງສາປະເທດຊາດໃຫ້ເຂັ້ມແຂງ ກໍຄື ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນພ້ອມທັງເປັນກໍາລັງຫຼັກແຫຼ່ງໃນອະນາຄົດ. ນັບແຕ່ໃດມາ, ໃນນາມເປັນ “ເພື່ອນມິດໃຫຍ່” ຂອງເດັກນ້ອຍເຍົາວະຊົນທັງຫຼາຍ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ເອົາໃຈໃສ່ການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນມາໂດຍຕະຫຼອດ, ເມື່ອຮອດວັນເດັກນ້ອຍສາກົນທີ 1 ມິຖຸນາຂອງແຕ່ລະປີ, ເດັກນ້ອຍເຍົາວະຊົນຈີນຈະໄດ້ຮັບຄວາມເອົາໃສ່ໃຈ ກໍຄືຄໍາອວຍພອນຈາກທ່ານ ສີຈິ້ນຜິງ ມາໂດຍຕະຫຼອດ. ເນື່ອງໃນໂອກາດວັນເດັກນ້ອຍສາກົນທີ 1 ມິຖຸນາ 2024 ທີ່ຈະໝູນວຽນມາເຖິງ, ພວກເຮົາມາທົບທວນຄືນຄວາມປາດຖະໜາຂອງທ່ານ ສີຈິ້ນຜິງ ທີ່ມີຕໍ່ເດັກນ້ອຍເຍົາວະຊົນ.



   ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ເດັກນ້ອຍຈີນໃນຍຸກໃໝ່ຄວນເປັນເດັກນ້ອຍທີ່ມີອຸດົມການ, ມີຄວາມໃຝ່ຝັນ, ມັກຮຽນຮູ້, ມັກອອກແຮງງານ, ຮູ້ບຸນຄຸນ, ຮູ້ເປັນມິດ, ກ້າປະດິດສ້າງ, ກ້າສູ້ຊົນ ແລະ ມີການພັດທະນາຕົນເອງຢ່າງຮອບດ້ານໃນດ້ານຄຸນສົມບັດ, ປັນຍາ, ພາລະ, ສິລະປະ ແລະ ແຮງງານ.” “ທົ່ວສັງຄົມຄວນມີຄວາມເມດຕາປານີ, ມີຄວາມຮັກແພງ, ສຸມຄວາມພະຍາຍາມຮ່ວມກັນເພື່ອໃຫ້ເດັກນ້ອຍເຍົາວະຊົນສາມາດເຕີບໃຫຍ່ຢ່າງປອດໃສ ແລະ ສາມາດສໍາຜັດໄດ້ເຖິງຄວາມອົບອຸ່ນຂອງວົງຄະນາຍາດສັງຄົມນິຍົມ.” “ທົ່ວສັງຄົມຄວນມີການເຄື່ອນໄຫວ, ຮ່ວມກັນປົກປັກຮັກສາດວງຕາຂອງເດັກນ້ອຍໃຫ້ດີ ເພື່ອໃຫ້ເຂົາເຈົ້າມີອະນາຄົດທີ່ສົດໃສ.”  “ຂ້າພະເຈົ້າໄດ້ເຫັນເຖິງຄວາມຫວັງຂອງປະເທດຊາດ ແລະ ຊົນຊາດຈາກສີໜ້າຂອງພວກຫຼານນ້ອຍ.”


   ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ, ດອກໄມ້ຂອງຊາດພວມເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ.



   “ໄວເດັກເປັນໄລຍະລໍ້າຄ່າທີ່ສຸດໃນຊີວິດຂອງຄົນ, ຄວນເອົາໃຈໃສ່ການຕັ້ງເປົ້າໝາຍແຫ່ງຊີວິດທີ່ຖືກຕ້ອງໃນໄລຍະນີ້, ສຶກສາອົບຮົມບົ່ມສ້າງໃຫ້ມີແນວຄິດທີ່ດີ, ຄຸນສົມບັດທີ່ດີ ແລະ ຄວາມຊິນເຄີຍທີ່ດີ, ໃຫ້ກາຍເປັນເດັກນ້ອຍທີ່ດີຂອງຊາດໃນປັດຈຸບັນ ແລະ ກາຍເປັນຜູ້ສ້າງສາພັດທະນາປະເທດຊາດໃນອະນາຄົດ, ຊີວິດທີ່ດີງາມເປັນຂອງພວກຫຼານນ້ອຍ, ຄວາມໃຝ່ຝັນທີ່ສວຍງາມຂອງຈີນເປັນຂອງພວກຫຼານນ້ອຍ.” ຄໍາອວຍພອນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ, ໄດ້ກາຍເປັນທິດຊີ້ນໍາໃນການກ້າວເດີນໄປຂ້າງໜ້າເພື່ອຄວາມໃຝ່ຝັນຂອງເດັກນ້ອຍເຍົາວະຊົນບັນດາເຜົ່າໃນທົ່ວປະເທດຈີນ.