ຈັດກິດຈະກຳສຳມະນາພາຍໃຕ້ຫົວຂໍ້ສະເພາະ “ຈີນ ແລະ ໂລກ: ການຮ່ວມມື ສິ່ງທ້າທາຍ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ຢູ່ນະຄອນຫຼວງປັກກິ່ງຂອງຈີນ

2024-05-31 15:03:16 cri

ວັນທີ 30 ພຶດສະພານີ້, ກິດຈະກຳສຳມະນາພາຍໃຕ້ຫົວຂໍ້ສະເພາະ “ຈີນ ແລະ ໂລກ: ການຮ່ວມມື ສິ່ງທ້າທາຍ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນ ແລະ ມະຫາວິທະຍາໄລປະຊາຊົນຈີນນັ້ນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ໃນກິດຈະກຳດັ່ງກ່າວໄດ້ເປີດເຜີຍ “ປຶ້ມປົກສີຟ້າການສຳຫຼວດປະຊາມະຕິທົ່ວໂລກກ່ຽວກັບ ‘ ຈີນ ແລະ ໂລກ: ການຮ່ວມມື ສິ່ງທ້າທາຍ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ’ ” ທີ່ຮຽບຮຽງໂດຍສະຖາບັນຄົ້ນຄວ້າການໂຄສະນາເຜີຍແຜ່ສາກົນໃນຍຸກໃໝ່. ປຶ້ມປົກສີຟ້າໄດ້ສະແດງໃຫ້ເຫັນເຖິງຄວາມຮັບຮູ້ ແລະ ທ່າທີຂອງປະຊາຄົມໂລກທີ່ມີຕໍ່ຈີນ ແລະ ຫົວຂໍ້ສຳຄັນທີ່ມີລັກສະນະທົ່ວໂລກຢ່າງຮອບດ້ານ ໂດຍຜ່ານການຄົ້ນຄວ້າຈາກການສຳຫຼວດປະຊາມະຕິຫຼາຍຄັ້ງ. ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ມີ 90,6% ຂອງຜູ້ຕອບແບບສອບຖາມທົ່ວໂລກເຫັນວ່າ: ຈີນເປັນປະເທດທີ່ສຳຄັນ, ການລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກັບຈີນ ແມ່ນສອດຄ່ອງກັບຜົນປະໂຫຍດຂອງປະເທດຕົນ; ມີ 85,3% ຂອງ ຜູ້ຕອບແບບສອບຖາມເຫັນດີນຳຈິດໃຈເສັ້ນທາງສາຍໄໝຂອງຈີນທີ່ຮ່ວມມືໂດຍສັນຕິ, ເປີດປະຕູສູ່ພາຍນອກ, ກວມລວມ, ຖອດຖອນບົດຮຽນເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ຕໍ່ກັບຈີນໄດ້ເນັ້ນໜັກແນວຄິດທີ່ປະຊາຊົນບັນດາປະເທດພົວພັນກັນຢ່າງແໜ້ນແຟ້ນ ແລະ ຮ່ວມມືກັນກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດນັ້ນ, ມີ 87,9% ຂອງຜູ້ຕອບແບບສອບຖາມໄດ້ສະແດງຄວາມເຫັນດີນຳ.