ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສະຫະລັດອາຣັບເອມີເຣດ

2024-05-31 09:53:22 cri

ຕອນບ່າຍວັນທີ 30 ພຶດສະພານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂມຮຳເມັດບິນ ຊາເຢັດ ອານ-ນາຢານ ປະທານາທິບໍດີສະຫະລັດອາຣັບເອມີເຣດ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ ແລະ ເຂົ້າຮ່ວມພິທີໄຂກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງກອງປະຊຸມເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ.


ທ່ານສີຈິ້ນຜິງກ່າວວ່າ: ຈີນສະໜັບສະໜູນປະເທດພາກພື້ນສືບຕໍ່ເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ຍຶດໝັ້ນເດີນຕາມເສັ້ນທາງສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສ້າງຄວາມປອງດອງກັນໂດຍສັນຕິ, ຍຶດໝັ້ນແກ້ໄຂຄວາມຂັດແຍ້ງກັນດ້ວຍການແລກປ່ຽນ ແລະ ເປິກສາຫາລືກັນ, ກຳໄດ້ຊາຕາກຳໃນອະນາຄົດຂອງຕົນ. ຈີນຍິນດີພະຍາມຍາມຮ່ວມກັບປະເທດອາຣັບ ເຊິ່ງລວມທັງສະຫະລັດອາຣັບເອມີເຣດ, ຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທີ 2 ໃຫ້ດີ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ປະເທດອາຣັບ. ຈີນຍິນດີຮ່ວມກັບສະຫະລັດອາຣັບເອມີເຣດ ເພີ່ມທະວີການພົວພັນຄູ່ຮ່ວມຍຸດທະສາດຈີນ-ສະຫະພາບປະເທດອ່າວເປີເຊຍ, ເປີດກວ້າງການຮ່ວມມືຫຼາຍຝ່າຍ ແລະ ປົກປ້ອງຜົນປະໂຫຍດຮ່ວມຂອງບັນດາປະເທດພວມພັດທະນາ “ພາກໃຕ້ທົ່ວໂລກ”.

ທ່ານໂມຮຳເມັດບິນກ່າວວ່າ: ລັດຖະບານສະຫະລັດອາຣັບເອມີເຣດຍຶດໝັ້ນປະຕິບັດນະໂຍບາຍຈີນດຽວ, ຄັດຄ້ານ “ການແບ່ງແຍກໄຕ້ຫວັນເປັນເອກະລາດ” ໃນທຸກຮູບແບບ ແລະ ສະໜັບສະໜູນຄວາມພະຍາຍາມຂອງຈີນ ໃນການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ. ສະຫະລັດອາຣັບເອມີເຣດສະແດງຄວາມຊົມເຊີຍເປັນຢ່າງສູງ ແລະ ຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ທີ່ສະເໜີໂດຍທ່ານສີຈິ້ນຜິງ, ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຍິນດີຮັດແໜ້ນການແລກປ່ຽນແລະປະສານງານຫຼາຍຝ່າຍກັບຈີນ, ທຳຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອຊຸກຍູ້ສັນຕິພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.