ທ່ານສີຈິ້ນຜິງ: “ການປະດິດສ້າງດ້ານວິທະຍາສາດເຕັກນິກປຽບເໝືອນໄມ້ງັດໃຫ້ໜ່ວຍໂລກເຄື່ອນທີ່ ”

2024-05-31 11:26:47 cri

 

100%
科技创新
Current Time 0:00
Duration -:-
Loaded: 0%
Stream Type LIVE
Remaining Time -0:00
 
1x
Video Player is loading.


 

ໃນຍຸກປັດຈຸບັນ, ການແຂ່ງຂັນລະຫວ່າງຊາດ, ຄວາມຈະເລີນຫຼືຄວາມຊຸດໂຊມຂອງພາກພື້ນ, ການຜັນປ່ຽນຂອງອຸດສາຫະກຳ ແລະຊີວິດການເປັນຢູ່ທີ່ມີຄວາມສຸກຂອງຄົນທັງຫຼາຍ ລ້ວນແລ້ວແຕ່ມີການພົວພັນຢ່າງສະໜິດແໜ້ນກັບການປະດິດສ້າງດ້ານວິທະຍາສາດເຕັກນິກ. ຢູ່ໃນກອງປະຊຸມສະພາບັນດິດວິທະຍາສາດຈີນຄັ້ງທີ17 ແລະກອງປະຊຸມສະພາບັນດິດວິສະວະກຳຈີນຄັ້ງທີ12ທີ່ຈັດຂຶ້ນເມື່ອເດືອນມິຖຸນາປີ2014, ທ່ານສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນກຳລັງແຮງຂອງການປະດິດສ້າງດ້ານວິທະຍາສາດເຕັກນິກ: “ການປະດິດສ້າງດ້ານວິທະຍາສາດເຕັກນິກປຽບເໝືອນໄມ້ງັດໃຫ້ໜ່ວຍໂລກເຄື່ອນທີ່, ມັກຈະສ້າງສິ່ງມະຫັດສະຈັດທີ່ຄົນເຮົາຄາດຄິດບໍ່ເຖິງຢູ່ສະເໝີ.”

 

“ໄມ້ງັດໃຫ້ໜ່ວຍໂລກເຄື່ອນທີ່” ຄືສຳນວນທີ່ເປັນສັນຍາລັກທີ່ສຸດ. ໄມ້ງັດເປັນນິຍາມດ້ານຟີຊິກ, ຜ່ານຈາກການຊອກຫາຈຸດຮອງທີ່ເໝາະສົມ, ສາມາດໃຊ້ກຳລັງແຮງອ່າວນ້ອຍມາງັດໃຫ້ສິ່ງທີ່ມີນ້ຳໜັກຫຼາຍສົມຄວນເຄື່ອນທີ່ໄດ້ ເຊິ່ງມີບົດບາດທີ່ເສີມຂະຫຍາຍຄວາມແຮງກະທົບໄດ້. ທ່ານສີຈິ້ນຜິງໃຊ້ ຄຳວ່າ “ໄມ້ງັດໃຫ້ໜ່ວຍໂລກເຄື່ອນທີ່”ມາປຽບທຽບການປະດິດສ້າງດ້ານວິທະຍາສາດເຕັກນິກ ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ການປະດິດສ້າງດ້ານວິທະຍາສາດເຕັກນິກມີຜົນສະທ້ອນອັນໃຫຍ່ຫຼວງແລະມີບົດບາດຕໍ່ການປ່ຽນແປງ.

 



ເມື່ອເບິ່ງປະຫວັດສາດການພັດທະນາຂອງມະນຸດແລ້ວເຫັນວ່າ ການປະດິດສ້າງດ້ານວິທະຍາສາດເຕັກນິກເປັນກຳລັງສຳຄັນຕົ້ນຕໍທີ່ຊຸກຍູ້ການພັດທະນາແລະຄວາມກ້າວໜ້າຂອງສັງຄົມຢ່າງສະເໝີຕົ້ນສະເໝີປາຍ. ຈາກເຄື່ອງມືງ່າຍດາຍໃນຍຸກຫີນ ຮອດ ເຄື່ອງຈັກອາຍນ້ຳ, ໄຟຟ້າແລະຫົວທຽນລົດໃນຍຸກອຸດສາຫະກຳ, ຕະຫຼອດຮອດອິນເຕີເນັດ, ປັນຍາປະດິດ, ເຕັກນິກຊີວະພາບເປັນຕົ້ນຂອງສະຕະວັດທີ21, ການປະຕິວັດດ້ານວິທະຍາສາດເຕັກນິກແຕ່ລະຄັ້ງລ້ວນແຕ່ໄດ້ປ່ຽນແປງວິທີການຜະລິດແລະການດຳລົງຊີວິດຂອງມະນຸດຢ່າງເລິກເຊິ່ງ.

 

ປັດຈຸບັນ, ມະນຸດພວມປະເຊີນກັບການປະຕິວັດດ້ານວິທະຍາສາດເຕັກນິກແລະການປ່ຽນແປງດ້ານອຸດສາຫະກຳຮອບໃໝ່. ເພື່ອຮັບມືກັບການປ່ຽນແປງຂອງໂລກແລະການປ່ຽນແປງຂອງຍຸກສະໄໝ, ທ່ານສີຈິ້ນຜິງໄດ້ກຳແໜ້ນທ່າອ່ຽງລວມຂອງຍຸກສະໄໝຢ່າງສະດຸ້ງໄວໂດຍເນັ້ນໜັກວ່າ: ນີ້ຄືກາລະໂອກາດປະຫວັດສາດພັນປີມີເທື່ອໜຶ່ງ, ທັງເປັນສິ່ງທ້າທາຍອັນຂ້ຽວຂາດທີ່ຄວາມແຕກໂຕນກັນຂະຫຍາຍຕົວກວ້າງອອກ, ຕ້ອງຖືເອົາການປະດິດສ້າງເປັນແຮງຂັບເຄື່ອນທີໜຶ່ງໃນການນຳພາການພັດທະນາ.

 

ຈາກການເຂົ້າຮ່ວມກອງປະຊຸມສຳຄັນຈົນຮອດການລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ທ້ອງຖິ່ນຕ່າງໆ, ທ່ານສີຈິ້ນຜິງໄດ້ກຳນົດຢ່າງຈະແຈ້ງກ່ຽວກັບເປົ້າໝາຍແລະທິດທາງການພັດທະນາດ້ວຍການປະດິດສ້າງ, ຊຸກຍູ້ການສ້າງນະໂຍບາຍໄລຍະຍາວຕ່າງໆເຊັ່ນ:

 

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີ14ຂອງຈີນໄດ້ຈັດເປັນພາກສະເພາະເພື່ອວາງແຜນຮອບດ້ານກ່ຽວກັບການປັບປຸງລະບຽບແລະກົນໄກປະດິດສ້າງດ້ານວິທະຍາສາດເຕັກນິກໃຫ້ສົມບູນຂຶ້ນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ສະເໜີທັດສະນະສຳຄັນກ່ຽວກັບວິທະຍາສາດເຕັກນິກເປັນກຳລັງການຜະລິດທີໜຶ່ງ, ຜູ້ມີຄວາມຮູ້ຄວາມສາມາດເປັນຊັບພະຍາກອນທີໜຶ່ງ ແລະການປະດິດສ້າງເປັນແຮງຂັບເຄື່ອນທີໜຶ່ງ, ເນັ້ນໜັກໃຫ້ປະຕິບັດຍຸດທະສາດສ້າງຊາດໃຫ້ຈະເລີນດ້ວຍວິທະຍາສາດ-ການສຶກສາ, ເພີ່ມທະວີບົດບາດເປັນເສົາຄ້ຳຂອງຜູ້ມີຄວາມຮູ້ຄວາມສາມາດໃນການສ້າງສາຄວາມທັນສະໄໝ.

 

ໃນໄລຍະກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີ2024, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຂໍກຸນແຈສຳຄັນແລະທິດທາງຈຸດສຸມໃນການຮັບມືກັບການປະຕິວັດດ້ານວິທະຍາສາດເຕັກນິກແລະການປ່ຽນແປງດ້ານອຸດສາຫະກຳຮອບໃໝ່ຄື: “ພວກເຮົາຕ້ອງເລັ່ງກຳແໜ້ນກາລະໂອກາດ, ເພີ່ມທະວີການປະດິດສ້າງ, ບົ່ມເພາະແລະພັດທະນາອຸດສາຫະກຳທີ່ຈະເລີນໃໝ່ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ວາງແຜນການສ້າງອຸດສາຫະກຳໃນອະນາຄົດລ່ວງໜ້າ, ປັບປຸງລະບົບອຸດສາຫະກຳທັນສະໄໝໃຫ້ສົມບູນຂຶ້ນ.”

 

ເດືອນເມສາປີ2024, ໃນເວລາລົງຢ້ຽມຢາມແລະເຮັດວຽກຢູ່ກຳແພງນະຄອນຈຸ່ງກິ່ງ, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຊົມການວາງສະແດງຜົນງານປະດິດສ້າງດ້ານວິທະຍາສາດເຕັກນິກແລະການພັດທະນາອຸດສາຫະກຳຂອງກຳແພງນະຄອນຈຸ່ງກິ່ງເປັນການສະເພາະ, ເພິ່ນຫວັງໃຫ້ຈຸ່ງກິ່ງກຳແໜ້ນການປະດິດສ້າງດ້ານວິທະຍາສາດເຕັກນິກເຊິ່ງເປັນວຽກງານທີ່ເປັນຂໍກຸນແຈສຳຄັນ.

 

ຈີນແຫ່ງການປະດິດສ້າງໄດ້ກ້າວເດີນໄປຂ້າງໜ້າຢ່າງເດັດດ່ຽວໜຽວແໜ້ນ. ຊຸມປີຜ່ານມານີ້, ໃນດ້ານເຕັກນິກແກນກາງຂອງຂົງເຂດສຳຄັນ, ບັນຫາຫຍຸ້ງຍາກຕ່າງໆທີ່ຍັງອາໄສຕ່າງປະເທດຢູ່ນັ້ນແມ່ນໄດ້ຮັບການແກ້ໄຂແລ້ວ, ເຊິ່ງໄດ້ເພີ່ມທະວີທ່າແຮງເປັນເຈົ້າການດ້ານຍຸດທະສາດຂອງຈີນໃນການກຳເອົາເສັ້ນຊີວິດແຫ່ງວິທະຍາສາດເຕັກນິກໄວ້ຢູ່ໃນມືຂອງຕົນ. ຊັບພະຍາກອນການປະດິດສ້າງຂອງຈີນໄດ້ເລັ່ງທ້ອນໂຮມເຂົ້າກັນ, ໄມ້ງັດ “ວິທະຍາສາດເຕັກນິກ”ໄດ້ສ້າງໃຫ້ມີສິ່ງມະຫັດສະຈັນທີ່ຄາດຄິດບໍ່ເຖິງເປັນຈຳນວນຫຼວງຫຼາຍເຊັ່ນ:

 



ເຮືອນບິນຂະໜາດໃຫຍ່C919ໄດ້ບັນລຸການບິນດ້ານການຄ້າ, ກໍາປັ່ນນໍາທ່ຽວຂະໜາດໃຫຍ່ທີ່ຈີນຜະລິດໄດ້ສໍາເລັດການທົດລອງເດີນເຮືອ, ຍານອະວະກາດລະບົບເສີນໂຈ່ວໄດ້ປະຕິບັດພາລະກິດຢ່າງຕໍ່ເນື່ອງຢູ່ເທິງອະວະກາດ, ຍານດໍານໍ້າ “ເຟີ້ນໂຕ້ເຈີ” ໄດ້ດໍານໍ້າທະເລເລິກສຸດຂີດ ເຊິ່ງຜົນສຳເລັດອັນໃຫຍ່ຫຼວງທີ່ທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍໃນເວລາກ່າວຄຳອວຍພອນປີໃໝ່ສາກົນ2024ໄດ້ສ້າງສະຖິຕິໃໝ່ຂອງການປະດິດສ້າງດ້ານວິທະຍາສາດເຕັກນິກຂອງຈີນຢ່າງບໍ່ຢຸດຢັ້ງ.

 



ພືດພັນທັນຍາຫານແນວພັນໃໝ່ທີ່ມີສະມັດຖະພາບສູງ, ຄຸນນະພາບດີ ແລະມີຄວາມທົນທານສູງຈຳນວນຫຼວງຫຼາຍໄດ້ເຮັດໃຫ້ “ສາງເຂົ້າ” ຊາດໃຫຍ່ອຸດົມສົມບູນຂຶ້ນ,  ກະສິກຳອັດສະລິຍະທີ່ເສີມສ້າງດ້ວຍເຕັກນິກທັນສະໄໝຕ່າງໆເຊັ່ນ: ການຂັບຂີ່ແບບບໍ່ມີຄົນຂັບ, ການກຳນົດຕຳແໜ່ງດ້ວຍດາວທຽມ, ການບັນຊາຄວບຄຸມດ້ວຍກົນຈັກແລະອື່ນໆ ທັງໝົດນີ້ໄດ້ເຮັດໃຫ້ການພັດທະນາກະສິກຳຂອງຈີນເຂົ້າສູ່ຍຸກສະໄໝທີ່ກ້າວໜ້າກວ່າເກົ່າແລະສະດວກວ່ອງໄວກວ່າເກົ່າ.

 

ເຕັກນິກ5G, ອິນເຕີເນັດອຸດສາຫະກຳ, ປັນຍາປະດິດແລະເຕັກນິກອື່ນໆໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກຳການຜະລິດແບບອັດສະລິຍະຂອງຈີນ. ປີ2023ຜ່ານມາ, ຈີນໄດ້ສົ່ງອອກລົດພະລັງງານໃໝ່, ແບັດເຕີຣີລີທຽມ, ຜະລິດຕະພັນທີ່ໃຊ້ພະລັງງານແສງຕາເວັນ ເຊິ່ງເປັນ “ສິນຄ້າສົ່ງອອກໃໝ່3ຢ່າງ” ລວມທັງໝົດບັນລຸມູນຄ່າຫຼາຍກວ່າ1,000 ຕື້ຢວນເປັນຄັ້ງທຳອິດ.

 

ການປະດິດສ້າງດ້ານວິທະຍາສາດເຕັກນິກ ທີ່ປຽບເໝືອນໄມ້ງັດກຳລັງຊຸກຍູ້ຄວາມກ້າວໜ້າແລະການພັດທະນາຂອງຈີນກໍຄືຂອງໂລກ.

 

ຄືດັ່ງທ່ານສີຈິ້ນຜິງໄດ້ເວົ້າວ່າ: “ວຽກງານປະດິດສ້າງດ້ວຍຕົນເອງຂອງຈີນແມ່ນສາມາດສ້າງຜົນສຳເລັດຢ່າງໃຫຍ່ຫຼວງໄດ້! ພະນັກງານວິທະຍາສາດເຕັກນິກອັນມະຫາສານຂອງຈີນແມ່ນສາມາດສ້າງຜົນງານຢ່າງໃຫຍ່ຫຼວງໄດ້!”

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ