ທ່ານສີຈິ້ນຜິງ ແລະ ປະມຸກລັດມາເລເຊຍສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດຈີນແລະມາເລເຊຍສ້າງສາຍພົວພັນທາງການທູດຄົບຮອບ 50 ປີ

2024-05-31 16:32:53 cri

ວັນທີ 31 ພຶດສະພານີ້, ທ່ານສີຈິນຜິງ ປະທານປະເທດຈີນ ແລະ ທ່ານອິບຣາຮິມ ອິນນີ ອານມາຮຸມ ຊຸນຕານ ອິສຄານດາ ປະມຸກລັດມາເລເຊຍໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນເນື່ອງໃນໂອກາດຈີນແລະມາເລເຊຍສ້າງສາຍພົວພັນທາງການທູດຄົບຮອບ 50 ປີ.


ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ປີ 2023 ຜ່ານມາ, ຈີນ ແລະ ມາເລເຊຍໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳຈີນ-ມາເລເຊຍ, ການພົວພັນລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໄລຍະການພັດທະນາຄັ້ງປະຫວັດສາດໃໝ່. ຈີນ ແລະ ມາເລເຊຍມີໄມຕີຈິດມິດຕະພາບມາແຕ່ດົນນານແລ້ວ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນຢ່າງບໍ່ຂາດສາຍໃຫ້ແກ່ການຂະຫຍາຍສາຍພົວພັນລະຫວ່າງສອງປະເທດຢ່າງຕໍ່ເນື່ອງ. ທ່ານກ່າວເນັ້ນວ່າ: ການພົວພັນຈີນ-ມາເລເຊຍໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ. ຂ້າພະເຈົ້າຍິນດີຮ່ວມກັບທ່ານປະມຸກລັດອິບຣາຮິມ, ນຳພາການສ້າງຄູ່ຮ່ວມຊາຕາກຳຈີນ-ມາເລເຊຍໃຫ້ປະສົບຜົນສຳເລັດໃໝ່ເລື້ອຍໆ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດໄດ້ຫຼາຍກວ່າເກົ່າ, ປະກອບສ່ວນຫຼາຍກວ່າເກົ່າໃຫ້ແກ່ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ, ຮ່ວມກັນສ້າງຄວາມສະຫວ່າງສະໄຫວແຫ່ງການພົວພັນລະຫວ່າງສອງປະເທດໃນຮອບ 50 ປີຕໍ່ໜ້າ.


ເນື້ອໃນສານຂອງທ່ານອິບຣາຮິມລະບຸວ່າ: ນັບແຕ່ຈີນແລະມາເລເຊຍສ້າງສາຍພົວພັນທາງການທູດເປັນເວລາ 50 ປີມານີ້, ສອງປະເທດໄດ້ເຄົາລົບເຊິ່ງກັນແລະກັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນ, ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພາຍຫຼັງສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2013 ເປັນຕົ້ນມາ, ການແລກປ່ຽນແລະຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການລົງທຶນ, ວັດທະນະທຳ ແລະ ດ້ານພົນລະເຮືອນລະຫວ່າງສອງປະເທດໄດ້ຂະຫຍາຍຕົວກວ້າງອອກເລື້ອຍໆ. ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 50 ປີ, ມາເລເຊຍຈະຮ່ວມກັບຈີນບຸກບືນສູ້ຊົນ, ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດຢ່າງຕໍ່ເນື່ອງ.