ຈີນກ່າວປະານາມອາເມຣິກາຕິດຕັ້ງລູກສອນໄຟນຳວິຖີໄລຍະກາງຢູ່ຟີລິບປິນ

2024-05-31 10:15:14 cri

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງປ້ອງກັນປະເທດຈີນທີ່ຈັດຂຶ້ນເມື່ອຕອນບ່າຍວັນທີ 30 ພຶດສະພານີ້, ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ກອງທັບອາເມຣິກາໄດ້ຂົນສົ່ງລະບົບຍິງລູກສອນໄຟນຳວິຖີ “ທາຍພົນ” ໄປເຂົ້າຮ່ວມການຊ້ອມຮົບຮ່ວມຢູ່ຟີລິບປິນ. ມີນັກວິເຄາະກ່າວວ່າ: ນີ້ແມ່ນຂອດສຳຄັນໃນ “ຍຸດທະສາດອິນໂດ-ປາຊີຟິກ” ຂອງອາເມຣິກາ ແລະ ມີຈຸດປະສົງທີ່ຖືຈີນເປັນເປົ້າໝາຍຢ່າງຈະແຈ້ງທີ່ສຸດ. ຂໍຖາມວ່າ, ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?


ພັນເອກພິເສດອູຊຽນ ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ: ຫວ່າງມໍ່ໆມານີ້, ອາເມຣິກາໄດ້ຕິດຕັ້ງລູກສອນໄຟນຳວິຖີໄລຍະກາງຢູ່ຟີລິບປິນດ້ວຍຂໍ້ອ້າງການຊ້ອມຮົບຮ່ວມ ເຊິ່ງແມ່ນອາເມຣິກາໄດ້ຕິດຕັ້ງລູກສອນໄຟນຳວິຖີໄລຍະກາງຢູ່ຕ່າງປະເທດ ແລະ ຢູ່ພາກພື້ນອາຊີ-ປາຊີຟິກເປັນຄັ້ງທຳອິດ ພາຍຫຼັງສົງຄາມເຢັນສິ້ນສຸດລົງເປັນຕົ້ນມາ, ທັງແມ່ນອາເມຣິກາຕິດຕັ້ງອາວຸດປະເພດນີ້ເປັນຄັ້ງທຳອິດ ພາຍຫຼັງອາເມຣິກາໄດ້ຖອນອອກຈາກ “ສົນທິສັນຍາວ່າດ້ວຍການທຳລາຍລູກສອນໄຟນຳວິຖີໄລຍະສັ້ນແລະໄລຍະກາງ” ໃນປີ 2019. ການກະທຳຂອງອາເມຣິກາແລະຟີລິບຟິນ ໄດ້ເຮັດໃຫ້ທົ່ວພາກພື້ນນີ້ຕົກຢູ່ໃນເງົາມືດແຫ່ງແປວໄຟສົງຄາມຂອງອາເມຣິກາ, ໄດ້ນຳເອົາຄວາມສ່ຽງສົງຄາມອັນໃຫຍ່ຫຼວງເຂົ້າມາໃນພາກພື້ນນີ້, ໄດ້ທຳລາຍສະພາບຄວາມໝັ້ນຄົງຂອງພາກພື້ນຢ່າງໜັກໜ່ວງ ພ້ອມທັງທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຢ່າງໜັກໜ່ວງ. ຈີນມີສະຕິລະວັງຕົວເປັນຢ່າງສູງຕໍ່ເລື່ອງນີ້ ແລະ ຄັດຄ້ານຢ່າງເດັດດ່ຽວ.


ພັນເອກພິເສດອູຊຽນກ່າວຕື່ມວ່າ: ຟີລິບປິນໄດ້ຜູກມັດຕົນເອງຢູ່ເທິງລົດສົງຄາມຂອງອາເມຣິກາ, ໄດ້ຝືນກັບຫຼັກການພື້ນຖານ ໃນຖານະເປັນປະເທດສະມາຊິກອາຊຽນຢ່າງໜັກໜ່ວງ, ໄດ້ລະເມີດຈິດໃຈ “ກົດບັດອາຊຽນ” ຢ່າງໜັກໜ່ວງ, ໄດ້ທຳລາຍຫຼັກການໃນ “ສົນທິສັນຍາໄມຕີຈິດແລະການຮ່ວມມືໃນພາກພື້ນອາຊີຕາເວັນອອກສຽງໃຕ້” ຢ່າງໜັກໜ່ວງ ແລະ ໄດ້ທຳລາຍຂອບການຮ່ວມມືພາກພື້ນ ທີ່ນຳພາໂດຍອາຊຽນ. ພວກເຮົາຮຽກຮ້ອງໃຫ້ອາເມຣິກາ ແລະ ຟີລິບປິນຈົ່ງເຄົາລົບຄວາມເອົາໃຈໃສ່ດ້ານຄວາມໝັ້ນຄົງຂອງພາກພື້ນ ແລະ ຍຸດຕິການກະທຳທີ່ເປັນອັນຕະລາຍດັ່ງກ່າວໃນທັນທີ.