ທ່ານ ອໍາຄາ ວົງໝື່ນກ້າ: ການຖືປະຊາຊົນເປັນຫຼັກແມ່ນສິ່ງທີ່ແຕກຕ່າງລະຫວ່າງວຽກງານໂຄສະນາຂອງລະບອບສັງຄົມນິຍົມກັບລະບອບທຶນນິຍົມຂອງຝ່າຍຕາເວັນຕົກ

2024-05-31 17:32:27 cri


ຕອນເຊົ້າວັນທີ 30 ພຶດສະພານີ້, ກອງປະຊຸມນຳສະເໜີແນວຄິດສີຈິ້ນຜິງດ້ານວັດທະນະທຳກັບວັດທະນະທຳອັນເປັນມູນເຊື້ອຂອງຈີນສຳລັບສຳມະນາກອນຕ່າງປະເທດໄດ້ຈັດຂຶ້ນຢູ່ໂຮງຮຽນພັກສູນກາງທີ່ນະຄອນຫຼວງປັກກິ່ງ ໂດຍມີເຈົ້າໜ້າທີ່ລັດຖະບານ, ຜູ້ຊ່ຽວຊານຄັງປັນຍາພ້ອມດ້ວຍນັກວິຊາການເກືອບ 120 ທ່ານທີ່ມາຈາກລາວ, ອານເຊຣີ, ສ.ກົງໂກ ແລະ ສີລັງກາເຂົ້າຮ່ວມ.



ໃນໂອກາດດັ່ງກ່າວ, ທ່ານ ອໍາຄາ ວົງໝື່ນກ້າ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG. ທ່ານເຫັນວ່າ, ຄວາມແຕກຕ່າງກັນລະຫວ່າງວຽກງານໂຄສະນາຂອງລະບອບສັງຄົມນິຍົມກັບລະບອບທຶນນິຍົມຂອງຝ່າຍ ຕາເວັນຕົກແມ່ນ ວຽກງານໂຄສະນາຂອງລະບອບສັງຄົມນິຍົມແມ່ນ ຖືປະຊາຊົນເປັນຫຼັກ.

 ທ່ານ ອໍາຄາ ວົງໝື່ນກ້າກ່າວຕື່ມວ່າ: ສື່ແມ່ນກະບອກສຽງອັນແຫຼມ ຄົມຂອງພັກ-ລັດ, ການອະນຸລັກຮັກສາວັດທະນະທຳໃຫ້ດີ ຕ້ອງມີການ ໂຄສະນາ ເພື່ອປູກຈິດສຳນຶກແລະສ້າງຄ່ານິຍົມໃຫ້ແກ່ທຸກກຸ່ມຄົນ ໂດຍສະເພາະໄວໜຸ່ມ ແລະ ຄົນຮຸ່ນໃໝ່ຢ່າງກວ້າງຂວາງ. ວັດທະນະທຳ ປຽບເໝືອນອາຫານທາງດ້ານຈິດໃຈຂອງປະຊາຊົນ ເປັນວຽກທີ່ລະ ອຽດອ່ອນ, ເປັນວຽກທີ່ສອດຫ້ອຍເຂົ້າເກືອບຢູ່ໃນທຸກຂະແໜງການ, ສະນັ້ນ ການເຮັດວຽກງານໂຄສະນາໄດ້ດີ, ຈະເຮັດໃຫ້ປະເທດຊາດ ແລະສັງຄົມມີຄວາມສາມັກຄີປອງດອງກັນຫຼາຍຂຶ້ນ, ມີຄວາມຈະເລີນ ສີວິໄລທາງອະລິຍະທຳດ້ານຈິດໃຈແລະທາງດ້ານວັດຖຸ, ນີ້ຄືເປົ້າໝາຍ ຂອງລະບອບສັງຄົມນິຍົມຄືລາວແລະຈີນທີ່ຢາກສ້າງໃຫ້ຄົນຢູ່ພາຍໃນ ຊາດມີແຕ່ສຽງຫົວແລະຮອຍຍີ້ມ, ມີວັດທະນະທຳທີ່ດີ ແລະ ຖືປະຊາຊົນ ເປັນຫຼັກ ນີ້ຄືຄວາມແຕກຕ່າງລະຫວ່າງວຽກງານໂຄສະນາຂອງລະບອບສັງຄົມນິຍົມກັບລະບອບທຶນນິຍົມຂອງຝ່າຍຕາເວັນຕົກ.