ກອງປະຊຸມສຸດຍອດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີຄັ້ງທີ 9 ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນສຳຄັນ

2024-05-31 09:56:46 cri

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນທີ່ຈັດຂຶ້ນເມື່ອວັນທີ 30 ພຶດສະພານີ້, ທ່ານເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນກ່າວວ່າ: ໃນກອງປະຊຸມສຸດຍອດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີຄັ້ງທີ 9 ທີ່ສິ້ນສຸດລົງໃນຫວ່າງມໍ່ໆມານີ້, ຖະແຫຼງການຮ່ວມ 3 ຝ່າຍໄດ້ລະບຸວ່າ: ກອງປະຊຸມຄັ້ງນີ້ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ.


ທ່ານເຫີຢ້າຕົ່ງກ່າວຕື່ມວ່າ: ຖະແຫຼງການຮ່ວມ 3 ຝ່າຍລະບຸວ່າ: ການເນັ້ນໃສ່ຄວາມສຳຄັນໃນການປະຕິບັດ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ຢ່າງໂປ່ງໃສ, ໂລ່ງລ່ຽນ ແລະ ມີປະສິດທິຜົນ ເປັນພື້ນຖານຂອງສັນຍາການຄ້າເສລີຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ຈະສືບຕໍ່ເລັ່ງການເປິກສາຫາລືກ່ຽວກັບການເຈລະຈາການຄ້າເສລີຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເພື່ອບັນລຸສັນຍາການຄ້າເສລີ ທີ່ມີຄວາມເສລີ, ຍຸຕິທຳ, ຮອບດ້ານ, ມີລະດັບສູງ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຄຸນຄ່າຂອງຕົນ. ຄວາມເຫັນທີ່ເປັນເອກະພາບກັນໃນກອງປະຊຸມຄັ້ງນີ້ ໄດ້ຊີ້ທິດເຍືອງທາງໃຫ້ແກ່ການເລັ່ງການເຈລະຈາກ່ຽວກັບການຄ້າເສລີລະຫວ່າງຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີໃນໄລຍະຕໍ່ໜ້າ.