ທ່ານໂດໂນ ທຣຳກາຍເປັນອະດີດປະທານາທິບໍດີອາເມຣິກາຄົນທຳອິດທີ່ຖືກຕັດສິນລົງໂທດໃນປະຫວັດສາດຂອງອາເມຣິກາ

2024-05-31 15:09:51 cri

ວັນທີ 30 ພຶດສະພານີ້, ຄະນະພິພາກສາສົມທົບຂອງສານແຫ່ງໜຶ່ງທີ່ນະຄອນນິວຢອກຂອງອາເມຣິກາໄດ້ຕັດສິນວ່າ: ໂທດກຳ 34 ຂໍ້ຂອງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາທີ່ຖືກກ່າວຟ້ອງໃນຄະດີ “ຄ່າປິດປາກ” ນັ້ນ ໄດ້ຖືກຢືນຢັນແລ້ວ. ສ່ວນຜົນການຕັດສິນລົງໂທດຈະປະກາດໃນວັນທີ 11 ກໍລະກົດປີນີ້ ກໍຄືກ່ອນພັກຣີພັບບລີກັນອາເມຣິກາຈະປະກາດທ່ານໂດໂນ ທຣຳ ເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາຂອງພັກຣີພັບບລີກັນພຽງບໍ່ເທົ່າໃດມື້. ທ່ານໂດໂນ ທຣຳໄດ້ກາຍເປັນອະດີດປະທານາທິບໍດີອາເມຣິກາຄົນທຳອິດທີ່ຖືກຕັດສິນລົງໂທດໃນປະຫວັດສາດຂອງອາເມຣິກາ.

ຕາມຂ່າວແຈ້ງວ່າ: ທ່ານໂດໂນ ທຣຳບໍ່ຍອມຮັບການກ່າວຟ້ອງດັ່ງກ່າວ ແລະ ກ່າວພາຍຫຼັງການຕັດສິນວ່າ: ການຕັດສິນຄັ້ງນີ້ແມ່ນຍຸຍົງບົງການໂດຍລັດຖະບານໂຈ ໄບເດັນ ເພື່ອທຳລາຍຄູ່ແຂ່ງທາງການເມືອງ, ສ່ວນລາວເອງແມ່ນບໍ່ມີໂທດຫຍັງ ແລະ ຈະກ່າວຟ້ອງຄືນ.