ການສ້າງຄູ່ຮ່ວມຊາຕາກຳຈີນ-ປະເທດອາຣັບຈະເລັ່ງລັດການປະຕິບັດໄວຂຶ້ນ

2024-05-31 14:37:51 CRI


ວັນທີ 30 ພຶດສະພານີ້, ໃນເວລາທີ່ກ່າວຄຳປາໄສຕາມຫົວຂໍ້ກອງປະຊຸມຢູ່ໃນພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນປະກາດວ່າ: “ຈີນຈະຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທີ 2 ຢູ່ຈີນໃນປີ 2026. ” ນີ້ເປັນໝາກຜົນສຳຄັນທີ່ສຸດຂອງກອງປະຊຸມຄັ້ງນີ້. ທ່ານປະທານສີຈິ້ນຜິງຍັງໄດ້ສະເໜີ ທິດທາງການຂະຫຍາຍສາຍພົວພັນຈີນ-ປະເທດອາຣັບໃນບາດກ້າວຕໍ່ໄປ ແລະ ແຜນແມ່ບົດກ່ຽວກັບການປະຕິບັດ “5 ໂຄງສ້າງການຮ່ວມມື”, ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ປະເທດອາຣັບເລັ່ງລັດໄວຂຶ້ນ. “8 ໂຄງການດຳເນີນງານຮ່ວມ” ແຫ່ງການຮ່ວມມືຕົວຈິງລະຫວ່າງຈີນ-ປະເທດອາຣັບໄດ້ຮັບໝາກຜົນສຳຄັນໃນໄລຍະເບື້ອງຕົ້ນ. ປັດຈຸບັນນີ້, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ປົກຄຸມທັງໝົດປະເທດອາຣັບ 22 ປະເທດ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງສອງຝ່າຍປະມານ 2 ຕື້ຄົນ.


ໃນກອງປະຊຸມ, ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນ ແລະ ປະເທດອາຣັບຄວນເປັນແບບຢ່າງດ້ານການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ເປັນແບບຢ່າງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ເປັນແບບຢ່າງໃນການເຊີດຊູອະລິຍະທຳຕ່າງໆໃຫ້ພັດທະນາຮ່ວມກັນຢ່າງກົມກຽວ, ແລະ ເປັນແບບຢ່າງໃນການຊອກຫາຊ່ອງທາງອັນຖືກຕ້ອງແຫ່ງການບໍລິຫານໂລກ. 4 ເປົ້າໝາຍດັ່ງກ່າວແມ່ນສອດຄ່ອງກັບຄວາມຕ້ອງດ້ານຕົວຈິງໃນການພັດທະນາການຮ່ວມມືລະຫວ່າງຈີນ-ປະເທດອາຣັບ, ກໍໄດ້ຊີ້ທິດເຍືອງທາງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ປະເທດອາຣັບ.


ຝ່າຍຈີນຍັງໄດ້ສະເໜີອີກວ່າ, ຢູ່ບົນພື້ນຖານຂອງ “8 ໂຄງການດຳເນີນງານຮ່ວມ”, ຈະຮ່ວມກັບປະເທດອາຣັບພັດທະນາ ໂຄງສ້າງການຂັບເຄື່ອນດ້ວຍການປະດິດສ້າງໃໝ່ທີ່ມີພະລັງຊີວິດຫຼາຍກວ່າເກົ່າ, ໂຄງສ້າງການລົງທຶນ ແລະ ການທະນາຄານທີ່ມີຂະໜາດໃຫຍ່ກວ່າເກົ່າ, ໂຄງສ້າງການຮ່ວມມືດ້ານພະລັງງານທີ່ສົມບູນກວ່າເກົ່າ, ໂຄງສ້າງເສດຖະກິດການຄ້າແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ດຸນດ່ຽງກວ່າເກົ່າ, ໂຄງສ້າງການແລກປ່ຽນວັດທະນະທຳທີ່ກວ້າງຂວາງກວ່າເກົ່າ. ການສ້າງ  “5 ໂຄງສ້າງການຮ່ວມມື” ຈະເພີ່ມທະວີການເຄື່ອນຍ້າຍດ້ານເຕັກໂນໂລຊີ, ເງິນທຶນ, ຜະລິດຕະພັນ ແລະ ບຸກຄະລາກອນ, ສ້າງຜົນປະໂຫຍດໃຫ້ກັບປະຊາຊົນຈີນ ແລະ ປະເທດອາຣັບຢ່າງກວ້າງຂວາງ.


ໂດຍຖືກອງປະຊຸມຄັ້ງນີ້ເປັນຈຸດເລີ່ມຕົ້ນໃໝ່, ຈີນ ແລະ ປະເທດອາຣັບຈະເປັນຜູ້ປະຕິບັດງານທີ່ດີ ແລະ ຜູ້ເຮັດແທ້ທຳຈິງ, ຍ່ອມຈະເປີດອີກ 20 ປີທີ່ສະຫງ່າລາສີກວ່າເກົ່າຂອງການຮ່ວມມືລະຫວ່າງຈີນ-ປະເທດອາຣັບ, ເພີ່ມສະຖຽນລະພາບ ແລະ ຄວາມແນ່ນອນໃຫ້ແກ່ໂລກທີ່ມີຄວາມປັ່ນປ່ວນຢ່າງສະຫຼັບສັບຊ້ອນ.