ລັດຖະມົນຕີຕ່າງປະເທດຣັດເຊຍກ່າວວ່າ: ຖ້າອາເມຣິກາຈັດວາງລູກສອນໄຟນຳວິຖີໄລຍະກາງ ຣັດເຊຍຈະຕອບໂຕ້ຄືນດ້ວຍການນາບຂູ່ດ້ານນິວເຄລຍ

2024-05-31 10:59:39 CRI


    ວັນທີ 30 ພຶດສະພານີ້, ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຖ້າວ່າອາເມຣິກາຈັດວາງລູກສອນໄຟນຳວິຖີແບບຕິດຕັ້ງເທິງບົກໄລຍະກາງ ແລະ ໄລຍະສັ້ນຢູ່ເອີຣົບ ຫຼື ພາກພື້ນອາຊີປາຊີຟິກ, ຣັດເຊຍນອກຈາກຈະປະຖິ້ມການກະທຳທີ່ຍຸດຕິການຈັດວາງລູກສອນໄຟນຳວິຖີແບບນີ້ພຽງຝ່າຍດຽວແລ້ວ, ຍັງອາດຈະໃຊ້ມາດຕະການໃນຂົງເຂດການນາບຂູ່ດ້ານນິວເຄລຍຕື່ມອີກ. ປະທານາທິບໍດີຣັດເຊຍມີສິດອອກຂໍ້ຕົກລົງກ່ຽວກັບບັນຫາເຫຼົ່ານີ້. ທ່ານລັຟລົຟກ່າວເນັ້ນໜັກວ່າ, ອາເມຣິກາ ຈັດວາງລູກສອນໄຟນຳວິຖີແບບຕິດຕັ້ງເທິງບົກໄລຍະກາງ ແລະ ໄລຍະສັ້ນຢູ່ເອີຣົບ ແລະ ພາກພື້ນອາຊີປາຊີຟິກ, “ຈະເປັນສິ່ງທ້າທາຍຢ່າງໜັກໜ່ວງຕໍ່ຣັດເຊຍໃນຂົງເຂດຄວາມໝັ້ນຄົງ”.