ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີຕຸຍນີຊີ

2024-05-31 16:48:14 CRI


ຕອນເຊົ້າວັນທີ 31 ພຶດສະພານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານກາອິສ ໄຊອິດ (Kais Saied) ປະທານາທິບໍດີຕຸຍນີຊີທີ່ມາຢ້ຽມຢາມຈີນທາງລັດຖະກິດ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືລະຫວ່າງຈີນ-ປະເທດອາຣັບ. ໂອກາດນີ້, ປະມຸກລັດສອງປະເທດໄດ້ປະກາດ ສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ຕຸຍນີຊີ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຈີນຍິນດີຮ່ວມກັບຕຸຍນີຊີເພີ່ມທະວີການເຊື່ອມສານດ້ານຍຸດທະສາດການພັດທະນາ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານໃໝ່ ແລະ ອື່ນໆ, ບຳລຸງສ້າງແຮງຂັບເຄື່ອນໃໝ່ສຳລັບການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ສາທາລະນະສຸກ, ການພັດທະນາແບບສີຂຽວ, ຊັບພະຍາກອນນ້ຳ, ກະສິກຳ ແລະອື່ນໆ, ຊຸກຍູ້ໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງຂອງສອງປະເທດໄດ້ຮັບ ຜົນງານຫຼາຍກວ່າເກົ່າ, ຍິນດີຕ້ອນຮັບຜະລິດຕະພັນທີ່ມີເອກະລັກ ແລະ ຄຸນນະພາບສູງຫຼາຍກວ່າເກົ່າຂອງຕຸຍນີຊີເຂົ້າສູ່ຕະຫຼາດຈີນ.


ທ່ານກາອິສ ໄຊອິດກ່າວວ່າ, ຕຸຍນີຊີປະຕິບັດນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ, ເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານຈີນໃນການບັນລຸການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບຂອງຊາດ ແລະ ປົກປ້ອງຜົນປະໂຫຍດແກນກາງຂອງຕົນ. ຕຸຍນີຊີຍິນດີຮ່ວມກັບຈີນ ຍຶດໝັ້ນຄ່ານິຍົມຮ່ວມຂອງມວນມະນຸດ, ສາມັກຄີ ແລະ ປະສານງານກັນຢ່າງໃກ້ຊິດ, ຄັດຄ້ານລັດທິເຈົ້າອຳນາດ ແລະ ການເປັນປໍລະປັກລະຫວ່າງກຸ່ມກ້ອນ, ສ້າງໂລກທີ່ສະເໝີພາບ ແລະ ດີງາມກວ່າເກົ່າ, ເຮັດໃຫ້ປະຊາຊົນບັນດາປະເທດຢູ່ໃນໂລກສາມາດຊົມໃຊ້ສິດທິມະນຸດ ແລະ ເສລີພາບທີ່ແທ້ຈິງ, ຢູ່ຮ່ວມກັນຢ່າງກົມກຽວ, ຮ່ວມກັນຊົມໃຊ້ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ.