ທ່ານຫວາງຢີ້ກ່າວເຖິງຄວາມຄືບໜ້າອັນຕັ້ງໜ້າຂອງການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບ

2024-05-31 10:15:23 CRI

ວັນທີ 30 ພຶດສະພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືລະຫວ່າງຈີນ-ອາຣັບ ແລະ ໄດ້ກ່າວຢູ່ທີ່ປະຊຸມວ່າ: ນັບແຕ່ກອງປະຊຸມສຸດຍອດລະຫວ່າງຈີນ-ອາຣັບຄັ້ງທຳອິດເປັນຕົ້ນມາ, ພາຍໃຕ້ການຊີ້ນຳຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳປະເທດອາຣັບ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບໄດ້ຮັບຄວາມຄືບໜ້າຢ່າງຈະແຈ້ງ, ສາຍພົວພັນລະຫວ່າງສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ.


ໜຶ່ງ, ໄດ້ເສີມຂະຫຍາຍບົດບາດການນຳທາງຂອງການທູດປະມຸກລັດ, ຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດລະຫວ່າງຈີນ-ອາຣັບໄດ້ເລິກເຊິ່ງຍິ່ງຂຶ້ນ. ປະເທດອາຣັບທີ່ໄດ້ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫຼື ສາຍພົວພັນ ຄູ່ຮ່ວມຍຸດທະສາດ ໄດ້ເພີ່ມຂຶ້ນເປັນ 14 ປະເທດ.


ສອງ, ໄດ້ຈັດຕັ້ງປະຕິບັດຜົົນກອງປະຊຸມສຸດຍອດຄັ້ງທຳອິດຢ່າງຕັ້ງໜ້າ, ການຮ່ວມມືທີ່ແທ້ຈິງລະຫວ່າງຈີນ-ອາຣັບນັບມື້ນັບໄດ້ຮັບການພັດທະນາຢ່າງໜັກແໜ້ນ. ການຮ້ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກວມເອົາທັງໝົດປະເທດອາຣັບ 22 ປະເທດ, ຈີນໄດ້ຫຼຸດພາສີເປັນສູນຕໍ່ຜະລິດຕະພັນປະເພດຕ່າງໆ 98% ໃຫ້ແກ່ປະເທດອາຣັບທີ່ເປັນປະເທດດ້ອຍພັດທະນາ, ໄດ້ອົບຮົມບົ່ມສ້າງຜູ້ມີຄວາມຮູ້ຄວາມສາມາດລະດັບມືອາຊີບໃນຂົງເຂດຕ່າງໆໃຫ້ແກ່ປະເທດອາຣັບຈຳນວນ 3.400 ກວ່າຄົນ.


ສາມ, ຮ່ວມກັນຊຸກຍູ້ການຮຽນຮູ້ເຊິ່ງກັນແລະກັນລະຫວ່າງອະລິຍະທຳ, ປະຊາຊົນຈີນກັບປະຊາຊົນປະເທດອາຣັບມີຄວາມຮັກແພງກັນນັບມື້ນັບສະໜິດແໜ້ນ.