ກຳລັງວັດທະນະທຳ

2024-05-31 09:39:30 cri



ຊາຕາກຳຂອງວັດທະນະທຳຕິດພັນຢ່າງສະໜິດແໜ້ນກັບຊາຕາກຳຂອງຊາດ, ຂະບວນວິວັດທະນາການດ້ານວັດທະນະທຳເຊື່ອມສານເຂົ້າກັບເສັ້ນຊີວິດຂອງຊາດ.

ວັນທີ2ມິຖຸນາ2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກກອມມູນິດຈີນ  ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສຳມະ ນາການສືບທອດແລະພັດທະນາວັດທະນະທຳ ພ້ອມທັງໄດ້ກ່າວຄຳປາໄສສຳຄັນ ໂດຍສະເໜີພາລະກຳວັດທະນະທຳອັນໃໝ່ໃນຍຸກໃໝ່ ແລະວາງແຜນວາດອັນ ຍິ່ງໃຫຍ່ແຫ່ງການສ້າງສາອະລິຍະທຳໃນຍຸກປັດຈຸບັນຂອງປະຊາຊາດຈີນ.



ການໃຫ້ຄວາມສຳຄັນຕໍ່ບົດບາດຂອງການສ້າງສາວັດທະນະທຳໃນການຊຸກຍູ້ການພັດທະນາເສດຖະກິດສັງຄົມ ເປັນທັດສະນະຄະຕິຂອງທ່ານສີຈິ້ນຜິງມາໂດຍຕະຫຼອດ.

ວັນທີ12ສິງຫາ2005, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງ ໃນເວລານັ້ນໄດ້ຂຽນບົດຄວາມລົງໃນໜັງສືພິມເຈີ້ຈ່ຽງລາຍວັນໂດຍລະບຸວ່າ: “ກຳລັງວັດທະນະທຳຫຼືພວກເຮົາເອີ້ນກັນວ່າ ກຳລັງແຮງດຶງດູດດ້ານນາມມະທຳທີ່ມີຊືື່ເອີ້ນເປັນພາສາອັງກິດວ່າ SOFT POWER ຂອງວັດທະນະທຳ ເຊິ່ງເປັນ ສ່ວນປະກອບຂອງກຳລັງແຂ່ງຂັນສັງລວມ, ເວລາໃດກໍໄດ້ເຊື່ອມໂຍງເຂົ້າໃນກຳລັງເສດຖະກິດ,ກຳລັງການເມືອງແລະກຳລັງສັງຄົມຢ່າງງຽບໆຢູ່ສະເໝີ, ກາຍ ເປັນ ‘ເຄື່ອງຈັກຂັບເຄື່ອນ’ ການພັດທະນາເສດຖະກິດ, ເປັນ  ‘ໄຟເຍືອງທາງ’ ສຳລັບຄວາມສິວິໄລດ້ານການເມືອງ ແລະເປັນ ‘ສານເຊື່ອມຈອດ’ ສຳລັບຄວາມກົມກຽວຂອງສັງຄົມ.”

ເພິ່ນໄດ້ວິເຄາະຢ່າງມີຊີວິດຊີວາກ່ຽວກັບບົດບາດສຳຄັນຂອງກຳລັງວັດທະນະທຳທີ່ມີຕໍ່ການພັດທະນາເສດຖະກິດ, ຄວາມສິວິໄລດ້ານການເມືອງ, ຄວາມກົມ ກຽວຂອງສັງຄົມແລະອື່ນໆ.



 ໃນໄລຍະເປັນການນຳແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ມີສະຕິຕື່ນຕົວໃນ ການຖືເອົາວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມເຊື່ອມໂຍງເຂົ້າກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນຢ່າງແໜ້ນແຟ້ນ ພ້ອມທັງໄດ້ຖືເປັນຊັບພະຍາກອນວັດທະນະທຳດ້ານແນວຄິດສຳຄັນແຫ່ງການບໍລິຫານປະເທດ.

ເຈີ້ຈ່ຽງເປັນໜຶ່ງໃນບັນດາແຫຼ່ງກຳເນີດອະລິຍະທຳຈີນ. ທ່ານສີຈິ້ນຜິງ ເຫັນວ່າ: ນັບແຕ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ເຈີ້ຈ່ຽງກາຍເປັນໜຶ່ງໃນບັນດາເຂດແຂວງທີ່ເສດຖະກິດພັດທະນາໄດ້ດີທີ່ສຸດແລະໄວທີ່ສຸດໃນທົ່ວປະເທດພາຍໃຕ້ສະພາບການທີ່ບໍ່ມີນະໂຍບາຍພິເສດ ແລະຊັບພະຍາກອນທາງບົກບໍ່ອຸດົມສົມບູນປານໃດ, ສາເຫດດ້ານເລິກແມ່ນຂຶ້ນຢູ່ກັບກຳລັງ ວັດທະນະທຳ, ຂຶ້ນຢູ່ກັບພື້ນຖານອັນໜາແໜ້ນດ້ານວັດທະນະທຳຂອງເຈີ້ຈ່ຽງ ແລະຂຶ້ນຢູ່ກັບມູນເຊື້ອດ້ານວັດທະນະທຳຂອງເຈີ້ຈ່ຽງທີ່ສາມາດປັບຕົວໃຫ້ສອດ ຄ່ອງກັບເສດຖະກິດຕະຫຼາດໄດ້ດີສົມຄວນ.

ດິນແດນເຈີ້ຈ່ຽງທີ່ຖືວັດທະນະທຳເປັນຮາກ ໄດ້ກຳເນີດອຸດສາຫະກຳວັດທະ ນະທຳທີ່ມີກິ່ງກ້ານສາຂາດົກໜາແລະຈະເລີນງອກງາມຢ່າງມີຊີວິດຊີວາ, ກາຍເປັນຕົວຢ່າງທີ່ດີທີ່ພິສູດໃຫ້ເຫັນເຖິງທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບ “ກຳລັງວັດທະນະທຳສາມາດຫັນເປັນກຳລັງວັດຖຸໄດ້ໃນທີ່ສຸດ, ກຳລັງແຮງດຶງດູດດ້ານນາມມະທຳຂອງວັດທະນະທຳສາມາດຫັນເປັນກຳລັງເຂັ້ມແຂງຂອງເສດຖະກິດໄດ້ໃນທີ່ສຸດ.”



ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນ ແກນນຳໄດ້ເລີ່ມຈາກລະດັບສູງດ້ານຍຸດທະສາດການບັນລຸການຟື້ນຟູຄວາມຈະ ເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ໂດຍດຳເນີນການຫັນປ່ຽນແລະ ການພັດທະນາຢ່າງມີການປະດິດສ້າງຕໍ່ວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ.



ໃນນີ້, ແນວຄິດສີຈິ້ນຜິງດ້ານເສດຖະກິດໃນຖານະເປັນສ່ວນປະກອບອັນ ສຳຄັນຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໄດ້ສ່ອງແສງໃຫ້ເຫັນເຖິງແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ ເຊິ່ງເປັນຄ່ານິຍົມທີ່ເຊື່ອມສານເຂົ້າໃນວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ, ເປັນການສືບທອດແລະເສີມຂະຫຍາຍແນວຄິດທີ່ຖືປະຊາຊົນເປັນກົກຄື “ປະຊາຊົນເປັນພື້ນຖານຂອງຊາດ, ເມື່ອພື້ນຖານໝັ້ນຄົງແລ້ວຊາດຈະມີຄວາມສະຫງົບ”.