ການແກ້ໄຂບັນຫາປາແລັດສະຕິນບໍ່ຄວນປັດສະຈາກຄວາມເປັນທຳຈາກປະຊາຄົມໂລກ

2024-06-01 11:22:28 CRI

 

ຫວ່າງບໍ່ດົນມານີ້, ໃນເວລາທີ່ອິດສະຣາແອນສືບຕໍ່ດຳເນີນການເຄື່ອນໄຫວທາງການທະຫານຢູ່ເຂດກາຊານັ້ນ, ຢູ່ນະຄອນຫຼວງປັກກິ່ງທີ່ຫ່າງໄກກັນຫຼາຍພັນກິໂລແມັດ, ໄດ້ຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບເຊິ່ງໄດ້ລົງນາມໃນ “ຖະແຫຼງການຮ່ວມຂອງຈີນ ແລະ ປະເທດອາຣັບກ່ຽວກັບການແກ້ໄຂບັນຫາປາແລັດສະຕິນ”, ໂດຍໄດ້ອອກສຽງແຫ່ງຄວາມເປັນທຳທີ່ຊຸກຍູ້ໃຫ້ຫຼຸດຜ່ອນການປະທະກັນຢູ່ເຂດກາຊາໂດຍໄວ, ແລະ ຊຸກຍູ້ການແກ້ໄຂບັນຫາປາແລັດສະຕິນຢ່າງຮອບດ້ານ ຍຸຕິທຳ ແລະ ຖາວອນ.


ໃນຖະແຫຼງການຮ່ວມດັ່ງກ່າວ, ຈີນ ແລະ ປະເທດອາຣັບໄດ້ກ່າວປະນາມຕໍ່ອິດສະຣາແອນທີ່ລ່ວງລ້ຳປະຊາຊົນປາແລັດສະຕິນຢ່າງຕໍ່ເນື່ອງ, ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈົ່ງອອກມະຕິທີ່ມີຜົນບັງຄັບໃຊ້, ບັນລຸການຢຸດຍິງຢ່າງຮອບດ້ານ ແລະ ຕໍ່ເນື່ອງ, ຍຸດຕິການຍົກຍ້າຍປະຊາຊົນປາແລັດສະຕິນແບບບັງຄັບ, ຮັບປະກັນໃຫ້ຂົນສົ່ງວັດຖຸຊ່ວຍເຫຼືອໄປເຖິງທົ່ວເຂດກາຊາ. ສອງຝ່າຍໄດ້ຢ້ຳຄືນວ່າ: “ແຜນການສອງປະເທດ” ເປັນທາງອອກພຽງຢ່າງດຽວທີ່ສາມາດແກ້ໄຂບັນຫາປາແລັດສະຕິນ.


ປັດຈຸບັນນີ້, ໃນທົ່ວໂລກມີເກືອບ 150 ປະເທດໄດ້ຮັບຮອງປະເທດປາແລັດສະຕິນ, ເຊິ່ງສ່ອງແສງເຖິງຈິດໃຈຄວາມເປັນທຳຂອງປະຊາຄົມໂລກ. ໃນຖານະເປັນປະເທດໃຫຍ່ທີ່ຮັບຜິດຊອບ, ຈີນຈະສືບຕໍ່ຢູ່ຮ່ວມກັບປະເທດອາຣັບຢ່າງເດັດດ່ຽວ, ເຊີດຊູຄວາມຍຸຕິທຳ ແລະ ສົ່ງເສີມຄວາມເປັນທຳ, ຊຸກຍູ້ໃຫ້ປາແລັດສະຕິນ ແລະ ອິດສະຣາແອນຢຸດຍິງໃນທັນທີຢ່າງບໍ່ມີເງື່ອນໄຂໃດໆ, ຊຸກຍູ້ໃຫ້ແກ້ໄຂບັນຫາປາແລັດສະຕິນຢ່າງຮອບດ້ານ ຍຸຕິທຳ ແລະ ຖາວອນ, ເຮັດໃຫ້ເຂດຕາເວັນອອກກາງທີ່ປະສົບຜົນກະທົບຈາກສົງຄາມຢ່າງໜັກໜ່ວງນັ້ນບັນລຸສັນຕິພາບຢ່າງແທ້ຈິງ.