ທ່ານ ສີຈິ້ນຜິງ ຕອບຈົດໝາຍເພື່ອໃຫ້ກຳລັງໃຈແກ່ນັກຮຽນປະຖົມຈືຈ່ຽງເມືອງເຈ່ຍຫຼິງນະຄອນໜານຊົງແຂວງເສສວນ

2024-06-01 13:40:09 CRI

   ເນື່ອງໃນໂອກາດວັນເດັກນ້ອຍສາກົນທີ 1 ມິຖຸນາໝູນວຽນມາເຖິງ, ໃນວັນທີ 31 ພຶດສະພາຜ່ານມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນໄດ້ຕອບຈົດໝາຍນັກຮຽນຂອງໂຮງຮຽນປະຖົມຈືຈ່ຽງເມືອງເຈ່ຍຫຼິງນະຄອນໜານຊົງແຂວງເສສວນຈີນ, ເພື່ອໃຫ້ກຳລັງໃຈຢ່າງອົບອຸ່ນແກ່ນັກຮຽນ ແລະ ອວຍພອນໃຫ້ເຂົາເຈົ້າກໍຄືເດັກນ້ອຍໃນທົ່ວປະເທດຈົ່ງມີຄວາມເບີກບານມ່ວນຊື່ນສັນໃນວັນບຸນດັ່ງກ່າວ.


   ເນື້ອໃນຈົດໝາຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ເດັກນ້ອຍເຍົາວະຊົນເປັນອະນາຄົດຂອງຊາດ. ການສ້າງບ້ານເມືອງໃຫ້ດີ ແລະ ສ້າງປະເທດຈີນໃຫ້ກາຍເປັນປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງຢ່າງຮອບດ້ານນັ້ນ, ແມ່ນຕ້ອງການຮຸ່ນພວກຫຼານນ້ອຍບຸກບືນສູ້ຊົນເພື່ອສືບທອດໜ້າທີ່. ຫວັງວ່າພວກຫຼານໆນັກຮຽນຈະເຊີດຊູອຸດົມການທີ່ກວ້າງໄກ, ຖະນຸຖະໜອມວັນເວລາອັນດີງາມ, ຍຶດໝັ້ນພັດທະນາຕົນເອງຢ່າງຮອບດ້ານໃນດ້ານຄຸນສົມບັດ, ປັນຍາ, ກາຍຍະ, ສິລະປະ ແລະ ແຮງງານ, ແຂ່ງຂັນກັນໃຫ້ກາຍເປັນເຍົາວະຊົນດີໃນຍຸກໃໝ່ທີ່ມີນໍ້າໃຈຮັກພັກຮັກຊາດ, ເພິ່ງຕົນເອງ ແລະ ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສູ້ຊົນກ້າວໜ້າ, ພະຍາຍາມພັດທະນາຕົນເອງໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດເພື່ອແບກຫາບພາລະກິດທີ່ຍິ່ງໃຫຍ່ໃນການສ້າງປະເທດຊາດໃຫ້ເຂັ້ມແຂງ ກໍຄືຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.