ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບເຈົ້າຊີວິດບາເຣນ

2024-06-01 13:48:37 CRI

 

   ຕອນບ່າຍວັນທີ 31 ພຶດສະພາແລ້ວນີ້ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບສົມເດັດ ເຊັກ ຮາມັດ ປິນ ອັນ ຮາລິຟາ ເຈົ້າຊີວິດບາເຣນໃນໂອກາດເດີນທາງຢ້ຽມຢາມຈີນທາງລັດຖະກິດ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 10 ຂອງເວທີເປິກສາຫາລືການຮ່ວມມືຈີນ-ປະເທດອາຣັບ. ປະມຸກລັດສອງປະເທດໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ບາເຣນ.



   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຈີນສະເໜີໃຫ້ປະເທດທີ່ມີລະບອບ ແລະ ອະລິຍະທໍາທີ່ແຕກຕ່າງກັນເຄົາລົບເຊິ່ງກັນແລະກັນ ແລະ ຢູ່ຮ່ວມກັນໂດຍສັນຕິ, ພ້ອມທັງສະໜັບສະໜູນປະເທດທີ່ຢູ່ເຂດຕາເວັນອອກກາງເພີ່ມທະວີຄວາມສາມັກຄີ ແລະ ການປະສານງານເພື່ອບັນລຸສັນຕິພາບ ແລະ ຄວາມປອງດອງເພື່ອຊຸກຍູ້ການພັດທະນາໃຫ້ຈະເລີນ, ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບປະເທດຢູ່ໃນພາກພື້ນລວມທັງບາເຣນ, ຊຸກຍູ້ສາຍພົວພັນລະຫວ່າງຈີນ-ປະເທດສັງກັດຄະນະກໍາມະການການຮ່ວມມືປະເທດອາຣັບຢູ່ລຽບອ່າວເປີເຊຍໃຫ້ໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ, ຈັດກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທີ 2 ໃຫ້ດີ, ເລັ່ງລັດຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ປະເທດອາຣັບ. ນອກນີ້, ສອງຝ່າຍຍັງຈະເພີ່ມທະວີການແລກປ່ຽນ ແລະ ປະສານງານກັນໃນເວທີຕ່າງໆ ເຊັ່ນອົງການສະຫະປະຊາຊາດເປັນຕົ້ນ, ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ ເພື່ອປົກປັກຮັກສາຜົນປະໂຫຍດຮ່ວມຂອງບັນດາປະເທດພວມພັດທະນາ.


   ສົມເດັດ ຮາມັດ ກ່າວວ່າ: ບາເຣນປະຕິບັດຕາມຫຼັກການປະເທດຈີນດຽວ, ສະໜັບສະໜູນຈີນທ້ອນໂຮມປະເທດເປັນເອກະພາບໂດຍສັນຕິ. ບາເຣນຍິນດີຮ່ວມກັບຈີນຮັດແໜ້ນການປະສານງານຫຼາຍຝ່າຍ, ຮັບປະກັນປະຊາຊົນຂອງປະເທດຕ່າງໆໃຫ້ມີສິດດໍາລົງຄົງຕົວ ແລະ ສິດການພັດທະນາຢ່າງສະເໝີພາບກັນໃຫ້ດີກວ່າເກົ່າ. ບາເຣນຍິນດີຮ່ວມກັບຈີນ, ຊຸກຍູ້ໃຫ້ບັນລຸສັນຍາການຄ້າເສລີຄະນະກໍາມະການການຮ່ວມມືປະເທດອາຣັບຢູ່ລຽບອ່າວເປີເຊຍ-ຈີນໂດຍໄວເທົ່າທີ່ຈະໄວໄດ້, ເສີມຂະຫຍາຍຈິດໃຈມິດຕະພາບປະເທດອາຣັບ-ຈີນ ເພື່ອຮ່ວມກັນສ້າງຄູ່ຮ່ວມຊາຕາກໍາປະເທດອາຣັບ-ຈີນໃນຍຸກໃໝ່.