ກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄວາມໃສ່ຮ້າຍປ້າຍສີການຮ່ວມມື “ໜຶ່ງເລວໜຶ່ງເສັ້ນທາງ” ຂອງບຸກຄົນອາເມຣິກາ

2024-06-01 16:32:56 cri


ວັນທີ 31 ພຶດສະພາຜ່ານມານີ້, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ, ໂດຍໄດ້ຕອບໂຕ້ຖ້ອຍຄວາມໃສ່ຮ້າຍປ້າຍສີການຮ່ວມມື “ໜຶ່ງເລວໜຶ່ງເສັ້ນທາງ” ຂອງບຸກຄົນອາເມຣິກາທີ່ກ່ຽວຂ້ອງ.


ທ່ານນາງເໝົານີງຊີ້ອອກວ່າ, ການຮ່ວມກັນສ້າງ “ໜຶ່ງເລວໜຶ່ງເສັ້ນທາງ” ຮ່ວມກັນແມ່ນມາດຕະການອັນສຳຄັນແຫ່ງການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ, ກໍ່ແມ່ນເວທີຮ່ວມມືສາກົນທີ່ຊຸກຍູ້ໂລກາພິວັດທາງດ້ານເສດຖະກິດ ແລະການພັດທະນາທີ່ເຊື່ອມໂຍງເຂົ້າກັນແລະສ້າງຜົນປະໂຫຍດໃຫ້ແກ່ຝ່າຍຕ່າງໆ, ແລະໄດ້ຮັບຜົນສຳເລັດແຫ່ງການພັດທະນາທີ່ແທ້ຈິງ, ໄດ້ຮັບຄວາມຊົມເຊີຍຢ່າງກວ້າງຂວາງຈາກປະຊາຄົມໂລກ. ຄວາມເປັນຈິງໄດ້ຢືນຢັນວ່າ, “ໜຶ່ງເລວໜຶ່ງເສັ້ນທາງ” ສົ່ງເສີມການເປິກສາຫາລືຮ່ວມກັນ, ການສ້າງສາຮ່ວມກັນ, ແລະຊົມໃຊ້ຮ່ວມກັນ, ຫາກບໍ່ແມ່ນຖືຕົວເອງຢູ່ໃນຖານະເໜືອຜູ້ອື່ນ, ໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ, ຫາກບໍ່ແມ່ນໃຫ້ຕັດຂາດການພົວພັນດ້ານເສດຖະກິດຂອງກັນ, ໄດ້ສະແຫວງຫາການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຫາກບໍ່ແມ່ນການເປັນປໍລະປັກກັນ. ພາຍຫຼັງຂໍ້ລິເລີ່ມ “ໜຶ່ງເລວໜຶ່ງເສັ້ນທາງ” ໄດ້ສະເໜີອອກເປັນເວລາ 10 ປີມານີ້, ຈີນໄດ້ເຊັນເອກະສານການຮ່ວມມືແຫ່ງການຮ່ວມກັນສ້າງ “ໜຶ່ງເລວໜຶ່ງເສັ້ນທາງ” 200 ກວ່າສະບັບກັບ 150 ກວ່າປະເທດແລະ 30 ກວ່າອົງການຈັດຕັ້ງສາກົນແລ້ວ, ໄດ້ສ້າງກົນໄກການຮ່ວມມືສອງຝ່າຍເກືອບຮ້ອຍຢ່າງແລ້ວ. ອີງຕາມການຄາດຄະເນຂອງອົງການຈັດຕັ້ງສາກົນ, ຮອດປີ 2030, ແຕ່ລະປີ, “ໜຶ່ງເລວໜຶ່ງເສັ້ນທາງ” ຈະນຳເອົນຜົນປະໂຫຍດ 1,600 ຕື້ໂດລາໃຫ້ແກ່ທົ່ວໂລກ.