ການກະທໍາທຸກຢ່າງທີ່ເຈຕະນາປີ້ນຜິດເປັນຖືກກ່ຽວກັບບັນຫາທະເລຈີນໃຕ້ນັ້ນລ້ວນແຕ່ຈະບໍ່ໄດ້ຮັບຜົນຫຍັງຢ່າງແນ່ນອນ

2024-06-01 13:59:27 CRI

 

    ທ່ານນາງ ເໝົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 31 ພຶດສະພາຜ່ານມານີ້. ໃນໂອກາດນີ້, ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ສານກົດໝາຍທະເລສາກົນໄດ້ເຜີຍແຜ່ຄໍາເຫັນກ່ຽວກັບພັນທະຂອງປະເທດພາຄີໃນ “ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ” ໃນການຮັບມືກັບຜົນກະທົບການປ່ຽນແປງດ້ານດິນຟ້າອາກາດຕໍ່ສິ່ງແວດລ້ອມທະເລ, ໃນນັ້ນມີເນື້ອໃນສ່ວນໜຶ່ງແມ່ນໄດ້ອ້າງອີງຕາມຄໍາຕັດສິນຂອງຄະດີຕັດສິນບັນຫາທະເລຈີນໃຕ້. ພ້ອມດຽວກັນນີ້, ກະຊວງການຕ່າງປະເທດຟິລິບປິນໄດ້ອອກຖະແຫຼງການໃນຫວ່າງມໍ່ໆມານີ້ໂດຍຢືນຢັນວ່າສິ່ງນີ້ໄດ້ສະໜັບສະໜູນ ແລະ ເພີ່ມທະວີຄວາມຊອບດ້ວຍກົດໝາຍ ແລະ ຜົນບັງຄັບໃຊ້ຂອງຄໍາຕັດສິນໃນປີ 2016 ໃນຖານະທີ່ເປັນສ່ວນໜຶ່ງຂອງກົດໝາຍສາກົນ. ຈີນມີຄວາມເຫັນຕໍ່ກັບເລື່ອງນີ້ຄືແນວໃດ?


    ທ່ານນາງ ເໝົານີງ ຢືນຢັນວ່າ: ຜົນການຕັດສິນບັນຫາທະເລຈີນໃຕ້ຂອງສານອະນຸຍາໂຕຕຸລາການເປັນການໃຊ້ອໍານາດເກີນຂອບເຂດທີ່ຜິດກົດໝາຍ ເຊິ່ງຄໍາຕັດສິນດັ່ງກ່າວເປັນໂມຄະ ແລະ ຜິດກົດໝາຍ. ຄໍາຕັດສິນດັ່ງກ່າວບໍ່ໄດ້ອີງຕາມກົດໝາຍສາກົນ, ກົງກັນຂ້າມຊໍ້າພັດໄດ້ສົ່ງຜົນກະທົບຕໍ່ການຄຸ້ມຄອງຕາມກົດໝາຍໃນສາກົນ. ຈີນບໍ່ຮັບຮອງ, ບໍ່ໄດ້ເຂົ້າຮ່ວມການຕັດສິນ ແລະ ບໍ່ຍອມຮັບຜົນການຕັດສິນດັ່ງກ່າວ, ຍິ່ງບໍ່ຍອມຮັບຈຸດຢືນ ແລະ ການເຄື່ອນໄຫວທີ່ມາຈາກຄໍາຕັດສິນດັ່ງກ່າວແຕ່ຢ່າງໃດ. ການກະທໍາຂອງຈີນເປັນການກະທໍາທີ່ຊອບທໍາ ແລະ ຊອບດ້ວຍກົດໝາຍເພື່ອປົກປັກຮັກສາຄວາມສົມບູນແບບ ແລະ ຄວາມໜ້າເຊື່ອຖືຂອງ “ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ” ກໍຄືປົກປັກຮັກສາການຄຸ້ມຄອງຕາມກົດໝາຍໃນສາກົນ. ຈຸດຢືນຂອງຈີນໄດ້ຮັບຄວາມເຂົ້າໃຈ ແລະ ການສະໜັບສະໜູນຈາກປະຊາຄົມໂລກ. ທຸກການກະທໍາທີ່ເຈຕະນາປີ້ນຜິດເປັນຖືກນັ້ນລ້ວນແຕ່ຈະບໍ່ໄດ້ຮັບຜົນຫຍັງແຕ່ຢ່າງໃດຢ່າງແນ່ນອນ, ລ້ວນແຕ່ບໍ່ສາມາດປິດບັງທາດແທ້ທີ່ຄໍາຕັດສິນດັ່ງກ່າວເປັນໂມຄະ ແລະ ຜິດກົດໝາຍ, ແລະລ້ວນແຕ່ບໍ່ສາມາດກີດກັ້ນຄວາມຕັດສິນໃຈຢ່າງເດັດຂາດຂອງຈີນໃນການປົກປັກຮັກສາອະທິປະໄຕເໜືອຜືນແຜ່ນແດນ ກໍຄືສິດ ແລະ ຜົນປະໂຫຍດທາງທະເລຂອງຕົນ.